ວັນທີ 29 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ ດ້ວຍຖານະເປັນປະເທດເຂົ້າຮ່ວມທີ່ມີຄວາມຮັບຜິດຊອບຕໍ່ສົນທິສັນຍາແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ລັດເຊຍ ຍາມໃດກໍປະຕິບັດບັນດາຂໍ້ກຳນົດ ແລະ ເນື້ອໃນຈິດໃຈຂອງສົນທິສັນຍາດັ່ງກ່າວຢ່າງເຂັ້ມງວດ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Sputnik/Ramil Sitdikov/Kremlin via REUTERS)
ໃນສານທີ່ຝາກເຖິງກອງປະຊຸມສຳຫຼວດກວດຄືນສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 11, ທ່ານປະທານາທິບໍດີ Putin ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນສະພາບການສາກົນສັບສົນຄືໃນປັດຈຸບັນ, ຕ້ອງມີບັນດາຄວາມມານະພະຍາຍາມຫຼາຍຝ່າຍຕື່ມອີກ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ບັນດາຄວາມກ້າວໜ້າຕໍ່ໄປໃນເສັ້ນທາງສ້າງໂລກປອດອາວຸດນິວເຄຼຍ, ພ້ອມທັງປະຕິບັດຫຼັກການບໍ່ກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງຂອງບໍ່ວ່າຝ່າຍໃດຢ່າງເຂັ້ມງວດ”.
ໄປຄຽງຄູ່ກັນນັ້ນ, ການນຳ ລັດເຊຍ ຖືວ່າ ບັນດາປະເທດປະຕິບັດພັນທະຕາມສົນທິສັນຍາຢ່າງເຂັ້ມງວດນັ້ນ ມີສິດສຳຜັດກັບພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ຫາກບໍ່ຖືກຈຳກັດຫຼາຍເກີນໄປ.
(ແຫຼ່ງຄັດຈາກ VOV)