ຂ່າວສານ

ລັດ​ເຊຍ ຮຽກ​ຮ້​ອງ​ສ້າງ​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ

ວັນ​ທີ 29 ເມ​ສາ, ທ່ານ​ປ​ະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢັ້ງ​ຢືນ​ວ່າ ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ເຂົ້າ​ຮ່ວມ​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ​ຕໍ່​ສົນ​ທິ​ສັນ​ຍາ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ລັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ​ຢ່າງ​ເຂັ້ມ​ງວດ.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin (ພາບ: Sputnik/Ramil Sitdikov/Kremlin via REUTERS)  

ໃນ​ສານ​ທີ່​ຝາກ​ເຖິງກອງ​ປະ​ຊຸມ​ສຳຫຼວດກວດ​ຄືນ​ສົນ​ທິ​ສັນ​ຍາ​ບໍ່​​ແຜ່​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍ (NPT) ຄັ້ງ​ທີ 11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຊີ້​ແຈ້ງວ່າ: “ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ໃນ​ສະ​ພາບ​ການ​ສາ​ກົນ​ສັບ​ສົນ​ຄື​ໃນ​ປັດ​ຈຸ​ບັນ, ຕ້ອງ​ມີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຝ່າຍ​ຕື່ມ​ອີກ ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ຄວາມ​ກ້າວ​ໜ້າ​ຕໍ່​ໄປ​ໃນ​ເສັ້ນ​ທາງ​ສ້າງ​ໂລກປອດ​ອາ​ວຸດ​ນິວ​ເຄຼຍ, ພ້ອມ​ທັງ​ປະ​ຕິ​ບັດຫຼັກ​ການ​ບໍ່​ກໍ່​ຜົນ​ເສຍ​ຫາຍ​ຕໍ່​ຄວາມ​ໝັ້​ນ​ຄົງ​ຂອງ​ບໍ່​ວ່າ​ຝ່າຍ​ໃດ​ຢ່າງ​ເຂັ້ມ​ງວດ”.

ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ການ​ນຳ ລັດ​ເຊຍ ຖື​ວ່າ ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ພັນ​ທະ​ຕາມ​ສົນ​ທິ​ສັນ​ຍາ​ຢ່າງ​ເຂັ້ມ​ງວດ​ນັ້ນ ມີ​ສິດ​ສຳ​ຜັດ​ກັບ​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ ຫາກ​ບໍ່​ຖືກ​ຈຳ​ກັດຫຼາຍ​ເກີນ​ໄປ.


top