• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ຈັດຫຼາຍ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ ວັນ​ທີ 30 ເມ​ສາ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ ທີ 01 ພຶດ​ສະ​ພາ ປີ 2026, ຂະ​ແໜງ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ແລະ ສະ​ຖານ​ທີ່ຢ​້ຽມ​ຊົມ​ຕ່າງໆ​ໄດ້​ຈັດຫຼາຍ​ກິດ​ຈະ​ກຳ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ລັກ​ສະ​ນະ​ລົງ​ຕົວ​ຈິງ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.
  ແຂກ​ທ່ອ​ງ​ທ່ຽວ​ລຽນ​ແຖວ​ເຂົ້າ​ຢ້ຽມ​ຊົມ​ຄຸກ​ຫວາຫຼໍ່ (ພາບ: TTXVN)  

ສຸ​ສານ​ປະ​ທານ ໂຮ່​ຈີ​ມິນ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ​ໃນ​ໂອ​ກາດ​ນີ້. ໄລ່​ສະ​ເພາະ​ວັນ​ທີ 30 ເມ​ສາ ມີ​ແຂກ​ທ່ອງ​ທ່ຽວກວ່າ 20.000 ເທື່ອ​ຄົນ, ໃນ​ນັ້ນ ມີ​ແຂກ​ທ່ອງ​ທ່ຽວກວ່າ 4.000 ເທື່ອ​ຄົນ ໄດ້​ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະ​ທານ ໂຮ່​ຈີ​ມິນ.

ເຂດ​ຖະ​ໜົນ​ຍ່າງ​ອ້ອມ​ໜອງ​ ຮ​ວ່ານ​ກຽມ (ໜອງ​ເຕົ່າ) ແລະ ເຂດ​ໃກ້​ຄ​ຽງ ໄດ້​ຈັດ​ກິດ​ຈະ​ກຳ​​ແຕ່ 7 ໂມງ​ເຊົ້າ​ຫາ 24 ໂມງ​ຂອ​ງວັນ 03 ພຶດ​ສະ​ພາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ອັນ​ໄດ້​ກາຍ​ເປັນ “ເວ​ທີ​ເປ​ີດ” ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ ດ້ວຍຫຼາຍ​ຮູບ​ແບບ ນັບ​ແຕ່​ການຫຼີ້ນ​ດົນ​ຕີ​ຢູ່​ທ້ອງ​ຖະ​ໜົນ, ການ​ກະ​ທົບ​ຕອບ​ກັບ​ຊຸມ​ຊົນ, ການ​ລະຫຼີ້ນ​ພື້ນ​ເມືອງ…, ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ປັດ​ໄຈ​ມູນ​ເຊືິ້ອ ແລະ ທັນ​ສະ​ໄໝ; ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ກັບ​ແຂກ​ທ່ອງ​ທ່ຽວ.

ບັນ​ດາ​ມໍ​ລະ​ດົກ​ຄື ວັນ​ໝຽວ - ກວັກ​ຕ​ື​ຢາມ, ພະ​ລາດ​ຊະ​ວັງ ທັງ​ລອງ ຫຼື ບັນ​ດາ​ຫໍ​ພິ​ພິ​ທະ​ພັນ ກໍ​ດຶງ​ດູດ​ມະ​ຫາ​ຊົນ​ເປັນ​ຈຳ​ນວນຫຼາຍ​ດ້ວຍ​ການ​ຈັດ​ງານ​ວາງ​ສະ​ແດງ​ຕ່າງໆ.

ພາບ​ພົດ​ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ໃນ​ໂອ​ກາດ​ວັນ​ທີ 30 ເມ​ສາ ແລະ ວັນ​ທີ 01 ພຶ​ດ​ສະ​ພາ ໄດ້​ຊີ້​ໃຫ້​ເຫັນ​ຄວາມຫຼາຍ​ຮູບຫຼາຍ​ແບບ​ຢ່າງ​ຈະ​ແຈ້ງ.

(ແຫຼ່ງຄັດຈາກ VOV)

ບັນ​ຍາກາດ​ທີ່​ມີ​ຊີ​ວິດ​ຊີ​ວາ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ບັນ​ຍາກາດ​ທີ່​ມີ​ຊີ​ວິດ​ຊີ​ວາ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ຄົບ​ຮອບ 51 ປີ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 30 ເມ​ສາ, ຢູ່ 3 ສະ​ຖານ​ທີ່​ຂອງ​ນະ​ຄອນ ໂຮ່​ຈີ​ມິນ, ລວມ​ມີ: ຖະ​ໜົນ​ຍ່າງ ຫງວຽນ​ເຫວ້ (ເທ​ດ​ສະ​ບານ ໄຊ​ງ່ອນ), ສວນ​ສາ​ທາ​ລະ​ນະໃຈ​ກາງ​ນະ​ຄອນ ໃໝ່ (ເທດ​ສະ​ບານ ບິ່ງ​ເຢືອງ) ແລະ ສະ​ໜາມຫຼວງ ບ່າ​ເຣ້ຍ (ເທດ​ສະ​ບານ ບ່າ​ເຣ້ຍ) ພ້ອມ​ກັນ​ຈັດ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພ​າກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຄົບ​ຮອບ 51 ປີ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ​ຄົບ​ຮອບ 140 ປີ.

Top