ຂ່າວສານ

ທ່ານ Min Aung Hlaing ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ

ທ່ານ Min Aung Hlaing ໄດ້​ຮັບ​ການ​ບັດ​ສະ​ໜັບ​ສະ​ໜູນ​ຢ່າງ​ໜ້ອຍ​ສຸດ 293 ບັດ ໃນ​ຈຳ​ນວນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ 584 ບັດ, ລືນ​​ຈຳ​ນວນ​ບັດ​ທີ່​ໄດ້​ກຳ​ນົດ.
  ທ່ານ Min Aung Hlaing (ພ​າບເອ​ກະ​ສານ: AP/Aung Shine Oo)  

ວັນ​ທີ 03 ເມ​ສາ, ທ່ານ Min Aung Hlaing ຜູ້​ນຳ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ການ​ທະ​ຫານ ມຽນ​ມາ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ນີ້ ໃນ​ການ​ປ່ອນ​ບັດ​ຢູ່​ສະ​ພາ​ແຫ່ງ​ຊາດ. ລະ​ອຽດ, ໝາກ​ຜົນ​ການ​ກວດ​ບັດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Min Aung Hlaing ໄດ້​ຮັບ​ການ​ບັດ​ສະ​ໜັບ​ສະ​ໜູນ​ຢ່າງ​ໜ້ອຍ​ສຸດ 293 ບັດ ໃນ​ຈຳ​ນວນ​ບັດ​ເລືອກ​ຕັ້ງ​ທັງ​ໝົດ 584 ບັດ, ລືນ​​ຈຳ​ນວນ​ບັດ​ທີ່​ໄດ້​ກຳ​ນົດ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 31 ມີ​ນາ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ສະ​ພາ​ຕ່ຳ ແລະ​ ສະ​ພາ​ສູງ ໄດ້​ເລືອກ​ຕັ້ງ​ທ່ານ Min Aung Hlaing ແລະ ທ່ານ​ນາງ Nan Ni Ni Aye ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ຜ່າ​ນັ້ນ ເປີດ​ທາງ​ໃຫ້​ແກ່​ເລື່ອງ​ທ່ານ Min Aung Hlaing ສາ​ມາດ​ສືບ​ຕໍ່​ກຳ​ອຳ​ນາດ​ພາຍ​ໃຕ້​ຖາ​ນະເປັນ​ພົນ​ລະ​ເຮືອນ.

ກ່ອນ​ນີ້, ທ່ານ Min Aung Hlaing ເປັນຈອມ​ພົນ. ທ່ານປົກ​ຄອງ​ປະ​ເທດ​ນັບ​ແຕ່​ເມື່ອ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານນາງ Aung San Suu Kyi ຖືກ​ໂຄ່ນ​ລົ້ມ​ເມື່ອ​ປີ 2021. ຕາມ​ລັດ​ຖະ​ທຳ​ມະ​ນູນ​ ມຽນ​ມາ, ທ່ານ Min Aung Hlaing ຕ້ອງ​ລາ​ອອກ​ຈາກ​ບັນ​ດາ​ຕຳ​ແໜ່ງ​ທີ່​ພວມ​ດຳ​ລົງ​ໃນ​ກອງ​ທັບ ຖ້າ​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.


top