• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກຜົນສຳເລັດຂອງຫວຽດນາມໃນປີ2018ລ້ວນແຕ່ມີການປະກອບສ່ວນຂອງບັນດາເອກອັກຄະລັດຖະທູດ, ຜູ້ຕ່າງໜ້າການທູດ ແລະ ອົງການຈັດຕັ້ງສາກົນ

      ຕອນຄ່ຳວັນທີ 23 ມັງກອນ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເພື່ອຈັດຕັ້ງການພົບປະກັບບັນດາເອກອັກຄະລັດຖະທູດ, ອຸປະທູດ, ຫົວຫນ້າຜູ້ຕາງໜ້າການທູດ ແລະ ບັນດາອົງການຈັດຕັ້ງສາກົນ.

ທ່ານຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ (ພາບ: TTXVN)
      ກ່າວຄຳເຫັນທີ່ການພົບປະ, ທ່ານຟ້າມບີ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງ ບັນດາຜົນສຳເລັດທີ່ຫວຽດນາມບັນລຸໄດ້ໃນປີ2018ຜ່ານມາ. ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ: ກ້າວເຂົ້າສູ່ປີກຸນ 2019, ຫວຽດນາມຈະສືບຕໍ່ຢຶດໝັ້ນໃນການຊຸກຍູ້ ແລະ ນຳການພົວພັນການຕ່າງປະເທດເຂົ້າສູ່ລວງເລິກຢ່າງມີປະສິດທິຜົນ, ພ້ອມທັງຍູ້ແຮງບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງເຂົ້າກັບສາກົນໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນ ເຂ້ົາຮ່ວມ ບັນດາການຮ່ວມສຳພັນເສດຖະກິດຢ່າງແຮງ ແລະ ປະຕິບັດບັນດາສັນຍາການຄ້າເສລີເຊິ່ງຫວຽດນາມໄດ້ລົງນາມຢ່າງມີປະສິດທິຜົນ, ຜ່ານນັ້ນນຳມາເຊິ່ງໂອກາດອັນໃຫຍ່ຫຼວງໃຫ້ແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ຫວຽດນາມກັບປະເທດອື່ນໆ
ສະແດງຄວາມຂໍຂອບໃຈຂໍຂອບໃຈຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງບັນດາເອກອັກຄະລັດຖະທູດ, ອຸປະທູດ ຫົວຫນ້າຜູ້ຕ່າງຫນ້າແລະບັນດາອົງການຈັດຕັ້ງສາກົນ ທ່ານຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄດ້ຢັ້ງຍືນວ່າ ທຸກຜົນສຳເລັດຂອງຫວຽດນາມໃນປີ2018ລ້ວນແຕ່ມີການເຂົ້າຮ່ວມ, ການປະກອບສ່ວນ ແລະ ມີໜ້າຂອງບັນດາ ເອກອັກຄະລັດຖະທູດ,ອຸປະທູດ, ຫົວຫນ້າຜູ້ຕາງໜ້າ, ບັນດາອົງການຈັດຕັ້ງສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top