• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຳນຽບຂາວອອກແຈ້ງການຊົມເຊີຍໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ

      ວັນທີ 13 ພະຈິກ, ທຳນຽບຂາວໄດ້ອອກແຈ້ງການຊົມເຊີຍໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Donald Trump (ພາບ: TTXVN)
      ໃນນັ້ນ ເນັ້ນໜັກເຖິງ ການຢ້ຽມຢາມຂອງທ່ານ Donald Trump ທີ່ອະນຸຍາດໃຫ້ 2 ຝ່າຍ “ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ”.
        ແຈ້ງການກໍ່ທົບທວນຄືນບັນດາໝາກຜົນ ເຊິ່ງທ່ານປະທານາທິບໍດີ Donald Trump ບັນລຸໄດ້ ແລະ ມີຄຳຕັດສິນຢູ່ ຫວຽດນາມ, ໃນນັ້ນ ມີການປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ ທີ່ໄດ້ຮັບຖືວ່າ ແມ່ນປັດໄຈສຳຄັນຂອງພາກພື້ນ ອິນເດຍ - ປາຊີຟິກ ແຫ່ງຄວາມເສລີ ແລະ ເປີດອົກເປີດໃຈ.
        ກ່ຽວກັບທະເລຕາເວັນອອກ, ແຈ້ງການຂອງທຳນຽບຂາວໄດ້ຮັບຮູ້ເລື່ອງ 2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງສິດເສລີໃນການເດີນທະເລ ແລະ ການບິນບົນທະເລຕາເວັນອອກ ແລະ ໃຫ້ຄຳໝັ້ນສັນຍາ ແກ້ໄຂບັນດາການຂັດແຍ້ງກັນໃນການເດີນທະເລອີງຕາມກົດໝາຍສາກົນ. 
 (ແຫຼ່ງຄັດຈາກ VOV)
 

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເຂົ້າຮ່ວມເຫດການຫັນເປັນດີຈີຕອນຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້ “ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ”.

Top