• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້​ພິພາກ​ສາ ຫງວຽນ​ທິ​ລານ​ແອັງ ເຂົ້າສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢູ່ ສານ​ສາ​ກົນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ທ່ານ​ ຮສ.ປອ ນາງ ຫງວຽນ​ທິ​ລານ​ແອັງ ແມ່ນຄົນ​ຫວຽດ​ນາມ​ທຳ​ອິດ​ທີ່ຮັບ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ນີ້​ໃນ​ຕະຫຼອດ​ໄລ​ຍະ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ITLOS, ເຊິ່ງໄດ້ສ້າງ​ບາດ​ກ້າວ​ເດີນ​ໃນ​ປະ​ຫວັດ​ສາ​ດ​ຂອງ ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ບັນ​ດາ​ລະ​ບອບ​ລະ​ບຽບ​ການສິດພິພາກສາສາ​ກົນ.
ຜູ້​ພິພາກ​ສາ ຫງວຽນ​ທິ​ລານ​ແອັງ ເຂົ້າສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢູ່ ສານ​ສາ​ກົນ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (ພາບ: VNA)

ວັນ​ທີ 1 ຕຸ​ລາ, ທ່ານ ຮສ.ປອ ນາງ ຫງວຽນ​ທິ​ລານ​ແອັງ ຂອງ ຫວຽດ​ນາມ ແລະ ຜູ້​ພິ​ພາກ​ສາທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກບັນ​ດາ​ປະ​ເທດ​ຄື Ghana, Brazil, Tunisia ແລະ ອິນ​ເດຍ ໄດ້ເຂົ້າພິທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ສານ​ສາ​ກົນ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (ITLOS) ຢູ່​ນະ​ຄອນ Hamburg, ເຢຍ​ລະ​ມັນ.

ທ່ານ​ ຮສ.ປອ ນາງ ຫງວຽນ​ທິ​ລານ​ແອັງ ແມ່ນຄົນ​ຫວຽດ​ນາມ​ທຳ​ອິດ​ທີ່ຮັບ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ນີ້​ໃນ​ຕະຫຼອດ​ໄລ​ຍະ 30 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ITLOS, ເຊິ່ງໄດ້ສ້າງ​ບາດ​ກ້າວ​ເດີນ​ໃນ​ປະ​ຫວັດ​ສາ​ດ​ຂອງ ຫວຽດ​ນາມ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເຂົ້າ​ຮ່ວມ​ບັນ​ດາ​ລະ​ບອບ​ລະ​ບຽບ​ການສິດພິພາກສາສາ​ກົນ.

ກ່ອນ​ໜ້າ​ນັ້ນ, ຢູ່ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS), ດຳ​ເນີນ​ຢູ່​ນະ​ຄອນ ນິວຢອກ (ອາ​ເມ​ລິ​ກາ) ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມິ​ຖຸ​ນາ 2026, ທ່ານ ຮສ.ປອ​ ນາງ ຫງວຽນ​ທິ​ລານ​ແອັງ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຜູ້​ພິ​ພາກ​ສາ ITLOS ອາ​ຍຸ​ການ 2026 – 2035 ຢູ່​ຮອບ​ປ່ອນ​ບັດ​ທຳ​ອິດ ດ້ວຍ​ຈຳ​ນວນ​ບັດ​ເຫັນ​ດີ​ຢູ່​ລະ​ດັບ​ສູງ​ທີ່​ສຸດໃນພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ. ເລື່ອງ​ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດ​ນາມ ມີ​ຜູ້​ພິ​ພາກ​ສາ​ຢູ່ ITLOS ສະ​ແດງ​ໃຫ້​ເຫັນ​ການ​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ຂອງ​ປະ​ຊາ​ຄົມ​ສາ​ກົນ ຕໍ່​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ຂອງ ນັກ​ຊ່ຽວ​ຊານ​ດ້ານ​ນິ​ຕິ​ກຳ ຫວຽດ​ນາມ ກໍ່​ຄື​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ສ້າງຄວາມເປັນລະບຽບຮຽບຮ້ອຍໂລກຫຼາຍຂົ້ວ

ໂລກຕ້ອງມຸ່ງໄປເຖິງລະບົບຫຼາຍຂົ້ວ, ໃນນັ້ນຜົນປະໂຫຍດຂອງທຸກຝ່າຍທີ່ເຂົ້າຮ່ວມການພົວພັນສາກົນລ້ວນແຕ່ໄດ້ຄິດໄລ່ເຖິງ ແລະ ຄວາມໝັ້ນຄົງຂອງປະເທດໜຶ່ງບໍ່ໄດ້ຮັບປະກັນດ້ວຍວີທີສ້າງຄວາມເສຍຫາຍຂອງປະເທດອື່ນ.

Top