ວັນບຸນວັດທະນະທຳໂລກ ຢູ່ຮ່າໂນ້ຍ ຄັ້ງທີ 2 ປີ 2026 ດ້ວຍຫົວຂໍ້ “ເຕົ້າໂຮມມໍລະດົກ - ສ້າງສັນອະນາຄົດ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 1 ຕຸລາ ຢູ່ພະລາດຊະວັງ ທັງລອງ, ຮ່າໂນ້ຍ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມກ່າວຄຳເຫັນທີ່ພິທີໄຂ (ພາບ: VNA)
ພິທີໄຂໄດ້ເປີດວິວັດການເດີນທາງສິລະປະເຊີດຊູ ຫວຽດນາມ ຈາກລວງເລິກຂອງຕົ້ນກຳເນີດມໍລະດົກ ຕະຫຼອດຮອດສະຖານທີ່ພົບປະແລກປ່ຽນທົ່ວໂລກ. ເຫດການໄດ້ເປີດຊາກດ້ວຍລາຍການທີ່ມີຊື່ວ່າ “ຫວຽດນາມຫຼາຍສີສັນ” ວາດພາບຄືນສີສັນຂອງ 54 ຊົນເຜົ່າ ຫວຽດນາມ ຢ່າງຄົບຖ້ວນ, ຖັດຈາກນັ້ນແມ່ນບັນຍາກາດ “5 ທະວີບເຕົ້າໂຮມກັນ” ໂດຍມີຫຼາຍສີສັນທີ່ມາຈາກບັນດາຄະນະສະແດງສິລະປະສາກົນ ແລະ ອັດລົງດ້ວຍລາຍການທີ່ມີຫົວຂໍ້ “ພັດທະນາ ແລະ ອະນາຄົດທີ່ຮຸ່ງເຮືອງເຫຼືອງເຫຼື້ອມ”. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ:
ວັນບຸນເພື່ອເຕົ້າໂຮມ, ເພື່ອເຂົ້າໃຈເຊິ່ງກັນແລະກັນ, ເຊື່ອມຕໍ່ພ້ອມກັນພັດທະນາ. ເຄົາລົບການຮັກສາມໍລະດົກເພື່ອສືບທອດ. ການມີຫົວຄິດປະດິດສ້າງເພື່ອເສີມສ້າງຄຸນຄ່າມໍລະດົກຂອງແຕ່ລະປະເທດ ແລະ ທົ່ວໂລກຕື່ມອີກ. ວັນບຸນສ້າງສັນບັນຍາກາດວັດທະນະທຳສາກົນ, ບ່ອນທີ່ໂລກມາ ຫວຽດນາມ ແລະ ຫວຽດນາມ ຫຍັບເຂົ້າໃກ້ກັບໂລກຫຼາຍກວ່າ ເພື່ອພ້ອມກັນເຊື່ອມຕໍ່ວັດທະນະທຳ, ເຂົ້າໃຈກັນ ແລະ ຍິ່ງກວ່າສິ່ງໃດໝົດແມ່ນພ້ອມກັນສ້າງໂລກແຫ່ງສັນຕິພາບ, ວັດທະນະທຳມະນຸດ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)