ຂ່າວສານ

ທຳນຽບຂາວອອກແຈ້ງການຊົມເຊີຍໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ

      ວັນທີ 13 ພະຈິກ, ທຳນຽບຂາວໄດ້ອອກແຈ້ງການຊົມເຊີຍໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump

ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Donald Trump (ພາບ: TTXVN)
      ໃນນັ້ນ ເນັ້ນໜັກເຖິງ ການຢ້ຽມຢາມຂອງທ່ານ Donald Trump ທີ່ອະນຸຍາດໃຫ້ 2 ຝ່າຍ “ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ”.
        ແຈ້ງການກໍ່ທົບທວນຄືນບັນດາໝາກຜົນ ເຊິ່ງທ່ານປະທານາທິບໍດີ Donald Trump ບັນລຸໄດ້ ແລະ ມີຄຳຕັດສິນຢູ່ ຫວຽດນາມ, ໃນນັ້ນ ມີການປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ ອາເມລິກາ - ຫວຽດນາມ ທີ່ໄດ້ຮັບຖືວ່າ ແມ່ນປັດໄຈສຳຄັນຂອງພາກພື້ນ ອິນເດຍ - ປາຊີຟິກ ແຫ່ງຄວາມເສລີ ແລະ ເປີດອົກເປີດໃຈ.
        ກ່ຽວກັບທະເລຕາເວັນອອກ, ແຈ້ງການຂອງທຳນຽບຂາວໄດ້ຮັບຮູ້ເລື່ອງ 2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງສິດເສລີໃນການເດີນທະເລ ແລະ ການບິນບົນທະເລຕາເວັນອອກ ແລະ ໃຫ້ຄຳໝັ້ນສັນຍາ ແກ້ໄຂບັນດາການຂັດແຍ້ງກັນໃນການເດີນທະເລອີງຕາມກົດໝາຍສາກົນ. 
 (ແຫຼ່ງຄັດຈາກ VOV)
 


top