• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທາບທາມຄຳເຫັນນັກຊ່ຽວຊານສາກົນກ່ຽວກັບການພັດທະນາວັກຊິນກັນພະຍາດໂຄວິດ - 19 “Made in Vietnam”

      ປັດຈຸບັນ, ຫວຽດນາມ ມີວັກຊິນກັນພະຍາດໂຄວິດ - 19 ສອງຊະນິດທີ່ພວມດຳເນີນການສັກທົດລອງໄລຍະທີ 2 ແລະ ສ່ວນໄລຍະ ທີ 3 ນັ້ນແມ່ນວັກຊິນ Nano Covax ແລະ ວັກຊິນ Covivac. ໃນນັ້ນ, ວັກຊິນ Nano Covax ພວມໄດ້ຮັບການພິຈາລະນາ ມຸ່ງໄປເຖິງການອະນຸຍາດໂດຍດ່ວນ.
ກອງປະຊຸມສຳມະນາຖືກຈັດຂຶ້ນແບບທາງໄປ
(ພາບ:
 ກະຊວງສາທາລະນະສຸກຫວຽດນາມ)
 
      ຕອນເຊົ້າວັນທີ 04 ສິງຫາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ສົມທົບກັບອົງການອະນາໄມໂລກ (WHO) ຈັດຕັ້ງກອງປະຊຸມສຳມະນາແບບທາງໄປ ທາບທາມຄຳເຫັນຂອງນັກຊ່ຽວຊານສາກົນກ່ຽວກັບການກວດກາຢັ້ງຢືນຂໍ້ມູນການຄົ້ນຄວ້າເບື້ອງຕົ້ນ ແລະ ອະນຸມັດຜ່ານວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີຮີບດ່ວນ. ນີ້ແມ່ນວາລະປະຊຸມທຳອິດ ທີ່ສອງອົງການດັ່ງກ່າວຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງກະຊວງຄວາມປອດໄພດ້ານສະບຽງອາຫານ ແລະ ການຢາ ສ.ເກົາຫຼີ, ບັນດານັກຊ່ຽວຊານພາຍໃນປະເທດ ແລະ ຕ່າງປະເທດ ເພື່ອແນໃສ່ຊ່ວຍຫວຽດນາມ ສ້າງແຜນການສັກທົດລອງວັກຊິນກັນພະຍາດໂຄວິດ - 19 ໂດຍ ຫວຽດນາມ ຜະລິດ ໄລຍະທີ 3.
        ປັດຈຸບັນ, ຫວຽດນາມ ມີວັກຊິນກັນພະຍາດໂຄວິດ - 19 ສອງຊະນິດທີ່ພວມດຳເນີນການສັກທົດລອງໄລຍະທີ 2 ແລະ ສ່ວນໄລຍະ ທີ 3 ນັ້ນແມ່ນວັກຊິນ Nano Covax ແລະ ວັກຊິນ Covivac. ໃນນັ້ນ, ວັກຊິນ Nano Covax ພວມໄດ້ຮັບການພິຈາລະນາ ມຸ່ງໄປເຖິງການອະນຸຍາດໂດຍດ່ວນ.
        ພາຍຫຼັງວາລະປະຊຸມຄັ້ງນີ້, ສອງຝ່າຍຈະສືບຕໍ່ມີການເຮັດວຽກຄັ້ງຕ່າງໆ ເພື່ອໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດກ່ຽວກັບການສັກວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

      

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top