• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ GDP ຫວຽດ​ນາມ ຈະ​ບັນ​ລຸ​ຢູ່​ລະ​ດັບ 4,7% ໃນ​ປີ 2023

WB ສະເໜີ ໃຫ້ ຫວຽດນາມ ຕ້ອງຍົກສູງສະມັດຕະກາບຜ່ານການປົວແປງຖານການເງິນ, ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການລົງທຶນສາທາລະນະ ເພື່ອແນໃສ່ແກ້ໄຂບັນດາຂາດເຂີນດ້ານພື້ນຖານໂຄງລ່າງ.
ພາບປະກອບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 2 ຕຸລາ, ທະນາຄານ ໂລກ (WB) ຄາດຄະເນການເຕີບໂຕຂອງ ຫວຽດນາມໃນປີ 2023 ບັນລຸລະດັບ 4,7%. ແລະກໍ່ຕາມ WB ແລ້ວ, ອັດຕາຄວາມທຸກຍາກຄາດວ່າຈະຫຼຸດແຕ່ 3,2% ໃນປີ 2022 ລົງເຫຼືອພຽງ 3%ໃນປີ 2023.

ຕາມ WB ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຕ້ອງປະເຊີນໜ້າກັບບັນດາຄວາມສ່ຽງທີ່ກ່ຽວຂ້ອງເຖິງລະດັບເຕີບໂຕຕ່ຳກ່ວາ ການຄາດຄະເນຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ຈີນ, ຄວາມຕ້ອງການຢູ່ຕ່າງປະເທດສຳລັບ ບັນດາປະເພດສິນຄ້າ ສົ່ງອອກຂອງ ຫວຽດນາມ ຫຼຸດລົງ, ກໍ່ຜົນກະທົບຕໍ່ການເຕີບໂຕ. ພ້ອມກັນນັ້ນ ຄວາມຕ້ອງການຢູ່ພາຍໃນປະເທດກໍ່ຖືກຢຸດສະຫງັກ, ແຕ່ຄາດຄະເນວ່າຍັງສືບຕໍ່ແມ່ນກຳລັງໜູນຫຼັກແກ່ການເຕີບໂຕ.

ໃນໄລຍະຍາວ, ຫວຽດນາມ ມີຄວາມຫວັງຢາຍກາຍເປັນປະເທດມີລາຍຮັບສູງໃນປີ 2045. ເພື່ອບັນລຸໄດ້ເປົ້າໝາຍນີ້, WB ສະເໜີ ໃຫ້ ຫວຽດນາມ ຕ້ອງຍົກສູງສະມັດຕະກາບຜ່ານການປົວແປງຖານການເງິນ, ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການລົງທຶນສາທາລະນະ ເພື່ອແນໃສ່ແກ້ໄຂບັນດາຂາດເຂີນດ້ານພື້ນຖານໂຄງລ່າງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຕອນບ່າຍວັນທີ 1 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງ ຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.

Top