• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະນາຄານໂລກ ຄາດຄະເນວ່າ ໂລກລະບາດ Covid – 19 ສົ່ງຜົນກະທົບຢ່າງແຮງເຖິງເສດຖະກິດອາຊີ

      ໂລກລະບາດ Covid – 19 ມີຄວາມສ່ຽງເຮັດໃຫ້ອັດຕາການເຕີບໂຕເສດຖະກິດໃນປີນີ້ຂອງຈີນ ແລະ ບັນດາປະເທດອື່ນໆຢູ່ພາກພື້ນອາຊີຕາເວັນອອກ - ປາຊີຟິກ ຫຼຸດຫຼົງຫຼາຍພໍສົມຄວນ, ເຮັດໃຫ້ຫຼາຍລ້ານຄົນມີຄວາມສ່ຽງຕົກເຂົ້າສູ່ສະພາບທຸກຍາກອຶດຫິວ. 

ພາບປະກອບ 
           ຕາມບົດລາຍງານອັບເດັດທີ່ໄດ້ປະກາດໃນວັນທີ 30 ມີນາແລ້ວ, ທະນາຄານໂລກ (WB) ໃຫ້ຮູ້ວ່າກໍລະນີທີ່ດີທີ່ສຸດວ່າແມ່ນ ເສດຖະກິດເລີ່ມຕົ້ນການຟື້ນຟູເລີ່ມແຕ່ລະດູແລ້ງຈະມາເຖິງ, ອັດຕາການເຕີບໂຕຂອງ ອາຊີຕາເວັນອອກ - ປາຊີຟິກຈະຫຼຸດແຕ່ ລະດັບ 5,8% ຂອງປີ 2019 ລົງ 2,1%ໃນປີ 2020.
        ໃນຂະນະນັ້ນ, ຖ້າກໍລະນີຊົ່ວຮ້າຍທີ່ສຸດເກີດຂຶ້ນ, ຜົນກະທົບທາງລົບຂອງໂລກລະບາດຈະແກ່ຍາວຮອດປີໜ້າ, ເສດຖະກິດຢູ່ພາກພື້ນນີ້ຄາດວ່າຈະຫຼຸດລົງ 0,5%, ລະດັບອ່ອນແອທີ່ສຸດນັບແຕ່ເກີດວິກິດການເສດຖະກິດອາຊີ ປີ 1997 – 1998.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top