• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເປັນ​ເຈົ້າ​ກຳ, ແມ່ນ​ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ

ຕອນເຊົ້າວັນທີ 18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບ້ານ ບາວອານ, ຕາແສງ ຢໍ່ໂໜຍ, ນະຄອນ ດ່າໜັງ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ງານບູນ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ອຳນາດການປົກຄອງນະຄອນ ດ່າໜັງ, ແນວໂຮມປະເທດຊາດ ບັນດາອົງການຈັດຕັ້ງມະຫາຊົນຢູ່ຕາແສງ ຢໍ່ໂໜຍ ສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ; ເສີມຂະຫຍາຍລັກສະນະປະຊາທິປະໄຕຢູ່ຂັ້ນຮາກຖານ, ເພີ່ມທະວີການສົນທະນາ, ຮັບຟັງຄຳເຫັນຂອງປະຊາຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະ ກຳລັງໜູນພັດທະນາ; ສ້າງອຳນາດການປົກຄອງຂັ້ນຮາກຖານໃຫ້ກະທັດລັດ, ຍອດຢ້ຽມ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕິດພັນກັບປະຊາຊົນ, ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ໄດ້ ແລະ ພວມເຮັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກພາຍຸນ້ຳຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ມອບເງິນຈຳນວນ 20 ຕື້ດົ່ງ ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ

ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບເງິນຈຳນວນ 20 ຕື້ດົ່ງ ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ, ປະກອບສ່ວນຊ່ວຍໃຫ້ນະຄອນ ແກ້ໄຂຜົນເສຍຫາຍຍ້ອນໄພພິບັດທຳມະຊາດກໍ່ຂຶ້ນຢ່າງທັນການ; ມອບຂອງຂວັນໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງ ຢໍ່ໂໜຍ ແລະ 17 ບ້ານຂອງຕາແສງ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນ…

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປຢື້ຢາມຖາມມຂ່າວ, ລະດົມກຳລັງໃຈພໍ່ແມ່ປະຊາຊົນເຂດຖືກຜົນກະທົບຍ້ອນນ້ຳຖ້ວມຢູ່ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ປັບ​ປຸ​ງ​ລະ​ບົບ​ຕິດ​ຕາມກວດ​ກາ​ອາ​ຊີບ​ຫາ​ປາ​ໃຫ້​ສົມ​ບູນ​ແບບ

ຕາມການລາຍງານຂອງກອງປະຊຸມ, ໄລ່ຮອດວັນທີ 15 ພະຈິກ, ຈຳນວນກ່ຳປັ່ນຫາປ່າທີ່ພວມມີໃນປັດຈຸບັນຢູ່ທ້ອງຖິ່ນຕ່າງໆ ໄດ້ຈົດທະບຽນ ແລະ ອັບເດດທາງຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase) ແມ່ນ 79.360/79.360 ລຳ (ບັນລຸ 100%).

Top