• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມຫວຽດນາມ - ອິນເດຍ

      ຫວຽດນາມ ແລະ ອິນເດຍໄດ້ອອກຖະແຫຼງການຮ່ວມຫວຽດນາມ - ອິນເດຍກ່ຽວກັບການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ອິນເດຍຂອງທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ.
ຖະແຫຼງການຮ່ວມຫວຽດນາມ - ອິນເດຍໃຫ້ຮູ້ວ່າ ທັງສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ປະຕິບັດການເດີນທາງໄປຢ້ຽມຢາມທາງລັດຖະກິດ ແລະ ຂັ້ນຕ່າງໆ, ລະຫວ່າງພັກ, ລັດຖະບານ, ອົງການນິຕິິບັນຍັດ, ທ້ອງຖິ່ນຂອງສອງປະເທດ ພ້ອມທັງ ແລກປ່ຽນວັດທະນາທໍາເຊິ່ງກັນ ແລະ ກັນ. ທັງສອງຝ່າຍເຫັນດີເປັນເອກະພາບຮ່ວມມືກັນດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເຊິ່ງເປັນເສົາຄໍ້າທີ່ສໍາຄັນ, ມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດນີ້. ທັງສອງຝ່າຍກ່າວປະນາມລັດທິກໍ່ການຮ້າຍດ້ວຍທຸກຮູບການ, ລວມທັງການກໍ່ການຮ້າຍຂ້າມຊາຍແດນ.
ທັງສອງຝ່າຍເຫັນດີເປັນເອກະພາບ, ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແມ່ນເປົ້າໝາຍຍຸດທະສາດ, ແມ່ນປັດໄຈຕົ້ນຕໍຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະຈໍາເປັນສໍາລັບການເພີ່ມທະວີການພົວພັນສອງຝ່າຍເວົ້າລວມ.
ນອກຈາກນັ້ນ, ທັງສອງຝ່າຍຍັງຕົກລົງເຫັນດີນຳກັນກ່ຽວກັບຄວາມສໍາຄັນຂອງການເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ - ອິນເດຍກໍຄື ອາຊຽນກັບອິນເດຍ. ຝ່າຍອິນເດນສະເໜີຫວຽດນາມຈົ່ງນຳໃຊ້ທຸກຂໍ້ລິເລີ່ມທີ່ອິນເດນສະຫງວນໃຫ້ບັນດາປະເທດ ລາວ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ. ທັງສອງຝ່າຍເນັ້ນໜັກເຖິງ ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການປະຕິບັດກົດໝາຍສາກົນຢ່າງເດັດຂາດ, ພິເສດແມ່ນສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS),ລວມທັງການປະຕິບັດບັນດາພັນທະນິຕິກຳສາກົນຢ່າງມີເຈດຕະນາດີ, ຮັກສາຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ, ເຄົາລົບບັນດາວິວັດທະນາການທາງດ້ານການທູດ ແລະ ນິຕິກຳຢ່າງຄົບຖ້ວນ, ແກ້ໄຂບັນຫາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງອາວຸດ, ສອດຄ່ອງກັບກົດໝາຍສາກົນ. ບົນນ້ຳໃຈນັ້ນ, ທັງສອງຝ່າຍສະໜັບສະໜຸນການປະຕິບັດຖະແຫຼງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(DOC) ແລະ ມຸ່ງໄປເຖິງການສ້າງສຳເລັດ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top