• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດ້ວຍບົດບາດເປັນປະເທດເຈົ້າພາບ, ຫວຽດນາມ ຈະສືບຕໍ່ຮັກສາທ່າເຕີບໂຕໃນ APEC

      ການນຳຂັ້ນສູງ APEC ໄດ້ສະເໜີພົບປະ 2 ຝ່າຍກັບການນຳຂັ້ນສູງ ຫວຽດນາມ ແລະ ຂ້ໍ້ຕົກລົງຮ່ວມມືຫຼາຍສະບັບຈະໄດ້ຮັບການລົງນາມໃນໂອກາດນີ້.

ການພົບປະກັບສື່ມວນຊົນພາຍໃນປະເທດ ແລະ ສາກົນ
      ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ໃນການພົບປະກັບສື່ມວນຊົນ ພາຍໃນປະເທດ ແລະ ສາກົນ ເພື່ອແຈ້ງຂ່າວກ່ຽວກັບສັບປະດາຂັ້ນສູງ APEC ດຳເນີນໄປຢູ່ດ່ານັ້ງ ແຕ່ວັນທີ 6 – 11 ພະຈິກ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢືນຢັນວ່າ: ມາຮອດຈຸດເວລານີ້, ທຸກໆວຽກງານກະກຽມຂອງ ຫວຽດນາມ ໃຫ້ສັບປະດາຂັ້ນສູງ ໄດ້ປະຕິບັດສຳເລັດແລ້ວ.
        ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ, ການນຳທັງໝົດຂອງ 21 ພື້ນຖານເສດຖະກິດສະມາຊິກ APEC ລ້ວນແຕ່ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາການນຳ APEC. ການນຳຫຼາຍທ່ານຈະມີບົດກ່າວປາໄສສຳຄັນທີ່ບັນດາເຫດການໃນຂອບເຂດສັບປະດາຂັ້ນສູງ.
        ການນຳຂັ້ນສູງ APEC ໄດ້ສະເໜີພົບປະ 2 ຝ່າຍກັບການນຳຂັ້ນສູງ ຫວຽດນາມ ແລະ ຂ້ໍ້ຕົກລົງຮ່ວມມືຫຼາຍສະບັບຈະໄດ້ຮັບການລົງນາມໃນໂອກາດນີ້. ນີ້ກໍ່ແມ່ນໂອກາດທີ່ດີ ເພື່ອໃຫ້ການນຳບັນດາພື້ນຖານເສດຖະກິດສະມາຊິກພົບປະ, ແລກປ່ຽນ, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ກໍ່ຄືເພີ່ມທະວີການຮ່ວມມື. APEC 2017 ກໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍົກສູງທີ່ຕັ້ງຂອງຕົນ:
        ສຳລັບ ຫວຽດນາມ ແລ້ວ, ມີຄວາມເປັນກຽດຈັດຕັ້ງປີ APEC ຄັ້ງທີ 2, ໃນສະພາວະພາກພື້ນ ແລະ ສາກົນມີການປ່ຽນແປງ, ທ່າທີ ແລະ ກຳລັງແຮງຂອງ ຫວຽດນາມ ກໍ່ແຕກຕ່າງກັນເມື່ອທຽບໃສ່ປີທຳອິດຈັດຕັ້ງເຫດການໃນປີ 2006. APEC 2017 ແມ່ນກາລະໂອກາດເພື່ອຊຸກຍູ້ ແລະ ເຮັດໃຫ້ການພົວພັນກັບບັນດາປະເທດສະມາຊິກ APEC, ພິເສດແມ່ນ 13/25 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານຂອງ ຫວຽດນາມ ໃນ APEC. ຜ່ານນັ້ນ, ຫວຽດນາມ ຢືນຢັນແນວທາງການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຂົ້າໃນການເຄື່ອນໄຫວຫຼາຍຝ່າຍ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top