ໂດຍແນໃສ່ຕ້ອນຮັບຄະນະກວດກາຂອງຄະນະກຳມະການ ເອີລົບ (ອີຊີ) ຈະມາກວດກາຢູ່ ຫວຽດນາມ ກ່ຽວກັບວຽກງານຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໃນໄລຍະທີ່ຈະມາເຖິງນີ້, ຄະນະກວດກາລະຫວ່າງຂະແໜງຂອງສູນກາງ ຫາກໍ່ໄປກວດກາການປະຕິບັດວຽກງານຢູ່ແຂວງ ດົ່ງທາບ.
ມາຮອດປະຈຸບັນ, ແຂວງ ດົ່ງທາບ ໄດ້ມີຄວາມເດັດດ່ຽວໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນທີ່ລະເມີດ IUU. ທາງແຂວງໄດ້ປະຕິບັດສຳເລັດການອອກໜັງສືອະນຸຍາດໃຫ້ກອງກຳປັ່ນທີ່ພວມເຄື່ອນໄຫວ 100%, ດ້ວຍກຳປັ່ນທັງໝົດ 1.326 ລຳໄດ້ຮັບໜັງສືອະນຸຍາດທີ່ຖືກຕ້ອງຕາມກົດໝາຍ; ກຳປັ່ນ 100% ໄດ້ຕິດຕັ້ງເຄື່ອງຕິດຕາມການເດີນທາງ.
ສະຫຼຸບການກວດກາ, ທ່ານ ຫງວຽນກວາງຮຸ່ງ, ຮອງຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ, ຕີລາຄາສູງວິທີເຮັດທີ່ເດັດດ່ຽວ, ມີແບບມີແຜນຂອງແຂວງ ດົ່ງທາບ ໃນວຽກງານປ້ອງກັນ, ຕ້ານການຂຸດຄົ້ນ IUU. ຄະນະປະຕິບັດງານກໍ່ຊີ້ອອກບັນດາສິ່ງທີ່ຍັງຄົງຄ້າງເພື່ອໃຫ້ທ້ອງຖິ່ນແກ້ໄຂ, ປະຕິບັດສຳເລັດໂດຍໄວ ກ່ອນທີ່ຄະນະກວດກາ ອີຊີ ຈະມາ ຫວຽດນາມ.








