ຂ່າວສານ
ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາ ແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ

ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ:baotainguyenmoitruong.vn)
ກ່າວຄຳເຫັນທີ່ພິທີເລີ່ມປະຕິບັດໂຄງການ, ທ່ານ ຫວໍຕ໊ວນເຍິນ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ຕີລາຄາສູງບັນດາມະຫາວິທະຍາໄລ ໂຮນລັງ ແລະ ຫວຽດນາມ ຮ່ວມມືກັນຍົກສູງຄຸນນະພາບການສຶກສາ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດກ່ຽວກັບຊັບພະຍາກອນນ້ຳຕາມການກຳນົດທິດປະຕິບັດຕົວຈິງ, ຝຶກງານ ແລະ ເໝາະສົບກັບຕະຫລາດແຮງງານ ກໍ່ຄືຂົງເຂດນ້ຳເວົ້າສະເພາະ.
ໂຄງການ “ດິນຟ້າອາກາດ ຫວຽດນາມ - ການຮ່ວມມືດ້ານການສຶກສາແນໃສ່ບັນລຸໄດ້ການປ່ຽນແປງແບບຍືນຍົງຢູ່ບັນດາເຂດທົ່ງພຽງ ຫວຽດນາມ” ໂດຍລັດຖະບານ ໂຮນລັງ ອຸປະຖຳ, ໄລຍະປະຕິບັດແມ່ນແຕ່ປີ 2019 – 2021.
(ແຫຼ່ງຄັດຈາກ VOV)