• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ດັດຊະນີການປະຕິຮູບດ້ານບໍລິຫານປີ 2018 ສືບຕໍ່ໄດ້ຮັບການປັບປຸງເມື່ອທຽບໃສ່ປີ 2017

ໃນການປະກາດ ດັດຊະນີການປະຕິຮູບດ້ານບໍລິຫານປີ 2018, ໂດຍຄະນະຊີ້ນຳການປະຕິຮູບດ້ານບໍລິຫານຂອງລັດຖະບານ ເຊິ່ງດຳເນີນໃນຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ຕົວເລກດັດຊະນີດັ່ງກ່າວໄດ້ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີ 2017.


ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ

(ພາບ: VGP)

ທະນາຄານແຫ່ງລັດຫວຽດນາມ ສືບຕໍ່ນຳໜ້າໃນຈຳນວນ 18 ກະຊວງ, ອົງການສຳນັກງານທຽບເທົ່າກະຊວງ ທີ່ໄດ້ຮັບການຕີລາຄາ. ກ່າວຄຳເຫັນທີ່ພິທີປະກາດດັດຊະນີການປະຕິຮູບດ້ານບໍລິຫານ 2018, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ໄດ້ເນັ້ນໜັກກ່ຽວກັບໜ້າທີ່ວ່າ.

        “ຄວນສຸມໃສ່ກວດກາ, ຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ, ຈຸດສຸມແມ່ນກວດກາ, ຫຼຸດຜ່ອນເງື່ອນໄຂດຳເນີນທຸລະກິດໃຫ້ແທດຈິງ, ບັນຊີລາຍຊື່ປະເພດສິນຄ້າທີ່ຕ້ອງກວດກາສະເພາະຂະແໜງ, ບັນດາລະບຽບການບໍລິຫານພວມມ່ນຮົ້ວກີດຂວາງກ່ຽວຂ້ອງເຖິງການເຄື່ອນໄຫວຜະລິດດຳເນີນທຸລະກິດ… ສະເໜີບັນດາມາດຕະການແກ້ໄຂ, ຂໍ້ສະເໜີຕໍ່ນາຍົກລັດຖະມົນຕີ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດກ່ຽວກັບກົນໄກ, ນະໂຍບາຍ, ລະບຽບການບໍລິຫານ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດຳເນີນທຸລະກິດຂອງວິສາຫະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງທັນການ”.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top