• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງ​ຍໍ​ຊົມ​ເຊີຍ 20 ຂໍ້​ລິ​ເລີ່ມ​ເພື່ອ​ວົງ​ຄະ​ນະ​ຍາດ

ມີ 20 ຂໍ້ລິເລີ່ມ, ໂຄງການປະດິດຄິດສ້າງ ທີ່ປະກອບສ່ວນແກ້ໄຂບັນດາບັນຫາຂອງວົງຄະນະຍາດ ແລະ ສັງຄົມ ໄດ້ຮັບການຍ້ອງຍໍຊົມເຊີຍ ທີ່ພິທີສະຫຼຸບ ໂຄງການ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 3 ປີ 2020 ແລະ ປຸກລະດົມການແຂ່ງຂັນ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 2 ຖືກດຳເນີນໃນຕອນຄ່ຳວັນທີ 26 ທັນວາ ຢູ່ ຮ່າໂນ້ຍ. 

ສອງຄົນທີ່ຍາດໄດ້ລາງວັນທີ 1 (ພາບ: TTXVN)

ນີ້ແມ່ນໂຄງການຖືກຈັດຂຶ້ນ 2 ປີເທື່ອໜຶ່ງ ເພື່ອແນໃສ່ຊອກຫາບັນດາຂໍ້ລິເລີ່ມ, ແນວຄວາມຄິດ, ໂຄງການປະດິດຄິດສ້າງ, ປະກອບສ່ວນແກ້ໄຂບັນດາບັນຫາຂອງວົງຄະນະຍາດ ແລະ ສັງຄົມ. ຜ່ານການຄັດເລືອກມາ 2 ຮອບ ແລະ ຮອບຊີງຊະນະເລີດ, ຄະນະຈັດຕັ້ງຄັດເລືອກໄດ້ 20 ໂຄງການເພື່ອມອບລາງວັນ, ລວມມີ ລາງວັນທີ 1 ມີ 2 ລາງວັນ, ລາງວັນທີ 2 ມີ 3 ລາງວັນ, ລາງວັນທີ 3 ມີ 5 ລາງວັນ ແລະ ລາງວັນຊົມເຊີຍ 10 ລາງວັນ.

        ການແຂ່ງຂັນ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 4, ໄລຍະ 2021 – 2022 ຈະຮັບເອກະສານເຂົ້າຮ່ວມການແຂ່ງຂັນ ແລະ ດຳເນີນການກວດກາຢັ້ງຢືນ, ພິຈາລະນາ, ຄັດເລືອກບັນດາຂໍ້ລິເລີ່ມທີ່ດີເດັ່ນທີ່ສຸດ, ມີຄວາມໝາຍ ແລະ ປະສິດທິຜົນທີ່ສຸດເພື່ອຍ້ອງຍໍຊົມເຊີຍ ແລະ ມອບລາງວັນໃນໄຕມາດທີ 1/2022./.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top