• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍ້ອງຍ​ໍ​ຊົມ​ເຊີຍ​ ຊາວ​ໜຸ່ມ​ ຫວຽດ​ນາມ 10 ຄົ​ນທີ່ດີ​ເດ​ັ່ນໃນ​ປີ 2019

ພິທີຍ້ອງຍໍຊົມເຊີຍຊາວໜຸ່ມ ຫວຽດນາມ 10 ຄົນທີ່ດີເດັ່ນໃນປີ 2019, ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 25 ມີນາ ຢູ່ຮ່າໂນ້ຍ. ເຫດການນີ້ເພື່ອແນໃສ່ຍ້ອງຍໍຊົມເຊີຍບັນດາແບບຢ່າງຊາວໜຸ່ມທີ່ດີເດັ່ນ, ມີອາຍຸໜ້ອຍກ່ວາ 35 ປີ, ມີຜົນງານທີ່ພົ້ນເດັ່ນ, ດີເລີດ, ສ້າງການແຜ່ຂະຫຍາຍອອກສູ່ວົງຄະນະຍາດໃນວົງກ້ວາງກ່ຽວກັບຄວາມມານະພະຍາຍາມ, ສູ້ຊົນບືນຕົວຂຶ້ນໃນບັນດາຂົງເຂດຄື: ຮ່ຳຮຽນ, ຄົ້ນຄ້ວາວິທະຍາສາດ, ກິລາ…

ຊາວໜຸ່ມ ຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງ

ສ່ວນບຸກຄົນໄດ້ຮັບລາງວັນຊາວໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2019 ລ້ວນແຕ່ແມ່ນບັນດາຊາວໜຸ່ມທີ່ມີຄວາມມານະພະຍາຍາມ ແລະ ມີຄວາມມຸ່ງມາດປາດຖະໜາກພິຊິດຍອດສູງໃນ 9 ຂົງເຂດ, ໃນນັ້ນມີ ກີລາ, ວັດທະນະທຳສິລະປະ, ຮ່ຳຮຽນ…

        ແລະກໍ່ເນື່ອງໃນໂອກາດນີ້, ສູນກາງຄະນະຊາວໜຸ່ມໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມຫວຽດນາມ 10 ຄົນທີ່ມີແງ່ຫວັງໃນປີ 2019.

        ພາຍຫຼັງພິທີມອບລາງວັນ, ຊາວໜຸ່ມຫວຽດນາມ 20 ຄົນທີ່ດີເດັ່ນ ແລະ ມີແງ່ຫວັງໃນປີ 2019 ໄດ້ຫັກເງິນ 200 ລ້ານດົ່ງ (ປະທານ 8,4 ພັນ USD) ຈາກເງິນລາງວັນເພື່ອສະໜັບສະໜູນໃຫ້ແກ່ບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ໄພແຫ້ງແລ້ງ, ນ້ຳທະເລຊຶມ, ດ້ວຍຄວາມປາດຖະໜາກຢາກພ້ອມກັບປະຊາຊົນທົ່ວປະເທດປະກອບເຫື່ອແຮງເຂົ້າໃນການຊ່ວຍໜູນສັງຄົມ, ຮັບປະກັນຄວາມປອດໄພໃນຊີວິດ ແລະ ສຸຂະພາບໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top