• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົດສູງປະສິດທິຜົນວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ

      ປີ 2017, ຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງສືບຕໍ່ປ່ຽນແປງໃໝ່, ສຸມໃສ່ເຂົ້າໃນບັນດາໜ້າທີ່ຈຸດສຸມ, ຍົກສູງປະສິດທິຜົນວຽກງານ.

ວາລະປະຊຸມເທື່ອທີ 13
      ຕອນເຊົ້າວັນທີ 22 ມັງກອນ, ທີ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການສະກັດກັັ້ນ, ຕ້ານການສໍ້ລາດບັງຫລວງ ໄດ້ຈັດຕັ້ງວາລະປະຊຸມເທື່ອທີ 13, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ຕີລາຄາສະພາບການປະຕິບັດວຽກງານປີ 2017, ຜັນຂະຫຍາຍໜ້າທີ່ປີ 2018.
        ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ: ປີ 2017, ຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງສືບຕໍ່ປ່ຽນແປງໃໝ່, ສຸມໃສ່ເຂົ້າໃນບັນດາໜ້າທີ່ຈຸດສຸມ, ຍົກສູງປະສິດທິຜົນວຽກງານ.
        ກ່ຽວກັບໜ້າທີ່ຈຸດສຸມ ແລະ ລາຍການປະຕິບັດງານປີ 2018 ຂອງຄະນະຊີ້ນຳ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ, ປັບປຸງລະບອບລະບຽບການກ່ຽວກັບການຄຸ້ມຄອງດ້ານເສດຖະກິດ - ສັງຄົມ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ, ສ້າງພື້ນຖານດ້ານການເມືອງ, ກົດໝາຍຄົບຊຸດໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງວ່າ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງຄວນສືບຕໍ່ໄດ້ຍູ້ແຮງ, ດ້ວຍຄວາມຕັດສິນໃຈສູງກ່ວາ, ໝັ້ນຄົງ, ຢຶດໝັ້ນ, ມີປະສິດທິຜົນກ່ວາ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top