• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​​ການ​ຕ່າງ​ປະ​ເທດ, ກະ​ຊວງ​ປ້ອງ​ກັນປະ​ເທດ ແລະ ກະ​ຊວງ​ຕຳຫຼວດ​ໃນ​ໄລ​ຍະ​ໃໝ່

ຢູ່ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສາມ​ທ່ານ​ໄດ້​ຢັ້ງ​ຢືນ​ວ່າ ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມສະ​ຫງົບ, ການ​ຕ່າງ​ປະ​ເທດ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ປະ​ເທດ​ຊາດ
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VNA)  

ວັນ​ທີ 3 ສິງ​ຫ​າ, ຢູ່​ຮ່າ​ໂນ້ຍ, ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ການ​ທູດ​ຄັ້ງ​ທີ 33, ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວງ​ຕຳຫຼວດ​ໄດ້​ປະ​ສານ​ສົ​ມ​ທົບ​ຈັດ​ກອງ​ປະ​ຊຸມ​ລະ​ຫວ່າງ​ສາມ​ກະ​ຊວງ​ດ້ວຍ​ຫົວ​ຂໍ້ “ ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ ແລະ ປະ​ຕິ​ບັດ​ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ​ຂອງວຽກ​ງານ​ພົວ​ພັນຕ່າງ​ປະ​ເທດ ຫວຽດ​ນາມໃນ​ສັງ​ກາດ​ໃໝ່”. ກອງ​ປະ​ຊຸມ​ໂດຍ​ທ່ານພົນ​ເອກ ຟານ​ວັນ​ຢາງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ເລືອງ​ຕາມກວາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ, ທ່ານ ເລ​ຮ່​ວາຍ​ຈຸງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປັນ​ປະ​ທານ.

ຢູ່ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສາມ​ທ່ານ​ໄດ້​ຢັ້ງ​ຢືນ​ວ່າ ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມສະ​ຫງົບ, ການ​ຕ່າງ​ປະ​ເທດ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຂອງ​ປະ​ເທດ​ຊາດ; ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສາມ​ກະ​ຊວງຢ່າງລະ​ອຽດ​ແມ່ນ​ການຫັນ​ທັດ​ສະ​ນະ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ກ່ຽວ​ກັບ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນລະ​ຫວ່າງ ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັ​ງ​ຄົມ ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ. ຕາມ​ລັດ​ຖະ​ມົນ​ຕີ​ສາມ​ທ່ານ​ແລ້ວ, ໂດຍ​ຢືນ​ຢູ່​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ປະ​ເທດ​ຊາດໂດຍ​ໄວ, ຍື​ນ​ຍົງ​ ແລະ ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຈາກ​ໄກໂດຍ​ໄວ​ໃນ​ສະ​ພາບ​ການ​ໂລກ​ປັດ​ຈຸ​ບັນ, ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ຊາດ, ​ກະ​ຊວງຕຳຫຼວດ ແລະ ກະ​ຊວງການ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ມີ​ຄວາມ​ຈຳ​ເປັນ​ຫຼາຍ​ຂຶ້ນ

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ : ຍູ້​ໄວ​ການ​ຈັດ​ແບ່ງ, ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາ​ກະ​ຊວງ, ສຳ​ນັກ​ງານ ແລະ ທ້ອງ​ຖິ່ນ​ຕີ​ລາ​​ຄາຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ບັດ​ນາ​ເປົ້າ​ໝາຍ​ເຕີບ​ໂຕ​ເພື່ອ​ມີ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ຮັບ​ປະ​ກັນ​ເປົ້າ​ໝາຍ​ຮັກ​ສາ​ການ ຄວບ​ຄຸມ​ໄພ​ເງິນ​ເຟີ​ເປັນ​ປົກ​ກະ​ຕິ.

Top