• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ກາ​ນ​ປ້ອງ​ກັນ, ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ລ້າງ​ຜານ​​ຂອງ ອົງ​ການ​ປະ​ສານ​ງານ​ແຫ່ງ​ຊາດ

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ອົງການປະສານງານແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະສານງານແຫ່ງຊາດ.

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ອົງການປະສານງານແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະສານງານແຫ່ງຊາດ.

   

ທ່ານພົນໂທ ຫວໍມິງເລືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າອົງການປະສານງານແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານພົນໂທ ຫວໍມິງເລືອງ ເນັ້ນໜັກວ່າ ເຖິງວ່າ ວຽກງານປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານນຳວິຖີ ແມ່ນຂົງເຂດໃໝ່, ເຊິ່ງເປັນຄັ້ງທຳອິດທີ່ຜັນຂະຫຍາຍປະຕິບັດກໍຕາມ, ແຕ່ບັນດາອົງການທີ່ກ່ຽວຂ້ອງໃນກະຊວງປ້ອງກັນປະເທດໄດ້ສົມທົບ, ຈັດຕັ້ງຜັນຂະຫຍາຍໄດ້ດີພໍສົມຄວນ. ໃນໄລຍະຈະມາເຖິງ, ທ່ານພົນໂທ ຫວໍມິງເລືອງ ມອບໝາຍໃຫ້ອົງການປະສານງານແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແນະນຳບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ອົງການປະສານງານບັນດາແຂວງ, ນະຄອນຕ່າງໆຂຶ້ນກັບສູນກາງ ສ້າງ ແລະ ຜັນຂະຫຍາຍປະຕິບັດໜ້າທີ່ທີ່ໄດ້ກຳນົດໃນດຳລັດຂອງ ລັດຖະບານ ວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ; ມຸ່ງໄປເຖິງການສ້າງຕັ້ງອົງການແຫ່ງຊາດປະກອບດ້ວຍຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ; ແກ້ໄຂຂໍ້ຄົງຄ້າງດ້ານນິຕິກຳ, ກົນໄກສົມທົບ, ສ້າງແຜນການສະເໜີສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານນຳວິຖີ; ຊຸກຍູ້ການເຄື່ອນໄຫວຮ່ວມມືສາກົນ ແນໃສ່ສ້າງລະບົບກົດໝາຍແຫ່ງຊາດໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາອົງການ, ກົມກອງທີ່ເຂົ້າຮ່ວມການເຄື່ອນໄຫວປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top