ກອງປະຊຸມສຳມະນາກຳລັງຄວາມສາມາດດ້ານການສື່ສານກະກຽມໃຫ້ແກ່ປີ APEC ຫວຽດນາມ 2027 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ ຮ່າໂນ້ຍ. ໂດຍຈັດຂຶ້ນໃນ 2 ວັນ, ກອງປະຊຸມສຳມະນາໄດ້ສຸມໃສ່ບັນດາບັນຫາ ເພື່ອຊ່ວຍກໍ່ສ້າງ ແລະ ຜັນຂະຫຍາຍຍຸດທະສາດການສື່ສານໃຫ້ມີປະສິດທິຜົນ, ຜ່ານນັ້ນກໍ່ສົ່ງສານວິໄສທັດ, ບຸລິມະສິດ ແລະ ຜົນງານຂອງປີ APEC ຫວຽດນາມ 2027, ຊ່ວຍໃຫ້ມະຫາຊົນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ບັນດາການປະກອບສ່ວນໃຫ້ການເຕີບໂຕ, ການຟື້ນຟູ ແລະ ຄວາມວັດທະນາຖາວອນ.
ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າອະນຸກຳມະການໂຄສະນາເຜີຍແຜ່ ແລະ ວັດທະນະທຳ APEC, ໃຫ້ຮູ້ວ່າ:
“ເລື່ອງການສື່ສານບັນລຸປະສິດທິຜົນ ຈະຊ່ວຍເລົ່າເລື່ອງໃຫ້ປະຊາຊົນຮູ້ 3 ເລື່ອງລາວທີ່ຮ່ວມສຳພັນນຳກັນ: ເລື່ອງລາວກ່ຽວກັບ APEC, ເລື່ອງລາວກ່ຽວກັບ ຫວຽດນາມ ແລະ ເລື່ອງລາວ ກ່ຽວກັບການຮ່ວມມື, ຄູ່ຮ່ວມມື ແລະ ນ້ຳໃຈມິດຕະພາບ. ຜ່ານ APEC 2027, ພວກເຮົາຈະມີໂອກາດແບ່ງປັນພາກໃໝ່ຂອງ ຫວຽດນາມ, ເລື່ອງລາວກ່ຽວກັບຄວາມຄາດຫວັງ, ການຫັນປ່ຽນ, ຄວາມສາມາດຟື້ນຟູ ແລະ ຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດ”.






