• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ໄວຄວາມຄືບໜ້າໃນການປະຕິບັດແຜນຮ່າງສັງລວມຫັນລະບຽບການບໍລິຫານເປັນງ່າຍດາຍ


ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ 
​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ

      ຕອນ​ເຊົ້າ​ວັນ​ທີ 15/08 ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ​ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ປະຕິບັດ​ແຜນ​ຮ່າງ​ສັງລວມຫັນ​ລະບຽບ​ການ​ບໍລິຫານ​, ໜັງສື​ ​ແລະ ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ພົນລະ​ເມືອງ​ໄລຍະ 2013 – 2020 ເປັນ​ງ່າຍ​ດາຍ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ຮຽກຮ້ອ​ງວ່າ: ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສືບ​ຕໍ່​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ຄະນະ​ຊີ້​ນຳ​ໃຫ້​ຖືກ​ກັບ​ແຜນການ​ທີ່​ໄດ້​ວາງ​ອອກ. ພ້ອມ​ກັນ​ນັ້ນ, ບັນດາ​ກະຊວງ, ຂະ​ແໜງ​ການຄວນ​ຄົ້ນຄວ້າ​ຂໍ້​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ຂັ້ນ​ຕອນ​ດັດ​ແກ້​ບັນດາ​ເອກະສານ​ຢ່າງ​ລະອຽດ, ​ໃກ້ຊິດຕິດ​ແທດ​ກັບ​ຂັ້ນ​ຕອນ​ກໍ່ສ້າງ​ບັນດາ​ຂໍ້າມູນ​ແຫ່ງ​ຊາດ​ກ່ຽວ​ກັບ​ພົນລະ​ເມືອງ ​ເພື່ອ​ຮັບປະກັນ​ຄວາມ​ສາມາດ​ໃນ​ການ​ປະຕິບັດ
        “ກ່ຽວ​ກັບ​ວຽກ​ງານ​ກວດກາ​ລະບຽບ​ການ​ບໍລິຫານ, ໜັງສື​ເອກະສານ​ຂອງ​ພົນລະ​ເມືອງ. ນີ້​ແມ່ນ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ຂອງ​ແຜນ​ຮ່າງ. ​ເລື່ອງ​ກວດກາ​ໃນ​ປະ​ຈຸບັນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ເອກະລາດ​ຢູ່​ບັນດາ​ກະຊວງ ຂະ​ແໜງ​ການ. ນີ​້ແມ່ນ​ວຽກ​ງານ​ສຳ​ຄັນ, ​ແມ່ນ​ທິດ​ທາງ ​ເພື່ອ​ດັດ​ແກ້​ບັນດາ​ເອກະສານ​ນິຕິ​ກຳ. ດັ່ງ​ນັ້ນ, ບັນດາ​ອົງການ​ຈຳ​ເປັນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຜົນງານ, ຮັບປະກັນ​ລັກສະນະ​ວິທະຍາສາດ, ລັກສະນະ​ເປັນ​ໄປ​ຂອງ​ວິທີ​ການ​ຕ່າງໆ. ບັນດາ​ກະຊວງ, ຂະ​ແໜງ​ການ​ຄວນ​ຂໍ​ເອົາ​ຄຳ​ເຫັນ​ຈາກ​ບັນດາ​ນັກ​ຊ່ຽວຊານ, ບັນດາ​ທ້ອງ​ຖິ່ນ ​ແລະ ປັບປຸງ​ວິທີ​ການ​ຫັນ​ເປັນ​ງ່າຍດາຍ​ຂອງ​ກະຊວງ​ຂະ​​ແໜງ​ການ​ຂອງ​ຕົນ​ໃນ​ໝວດ​ທີ 3 ປີ​ນີ້.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top