• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນເຊື້ອເຊີນຜູ້ຕາງໜ້າທີ່ມາຈາກ 195 ປະເທດເຂົ້າຮ່ວມເຫດການພະເຈົ້າຈັກກະພັດຍີ່ປຸ່ນອົງໃໝ່ຂຶ້ນຄອງລາດ

      ວັນທີ 19 ມີນາ, ລັດຖະບານຍີ່ປຸ່ນ ໄດ້ປະກາດວ່າ ຈະສົ່ງຄຳເຊື້ອເຊີນຜູ້ຕາງໜ້າທີ່ມາຈາກ 195 ປະເທດ ເຂົ້າຮ່ວມເຫດການອົງມົງກຸດລາຊະກຸມມານ Naruhito ຂຶ້ນຄອງລາດ, ພາຍຫຼັງທີ່ພະເຈົ້າຈັກກະພັດຍີ່ປຸ່ນ Akihito ຈະສະຫຼະລາຊະບັນລັງໃນເດືອນເມສາ ຈະມາເຖິງ.

ພະເຈົ້າຈັກກະພັດຍີ່ປຸ່ນ Akihito
(ພາບ: Kyodo/AP)
      ຕາມແຜນການ, ພິທີດັ່ງກ່າວຈະເລີ່ມດຳເນີນແຕ່ເວລາ 17 ໂມງ ຂອງວັນທີ 30 ເມສາ (ຕາມເວລາທ້ອງຖິ່ນ), ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ 300 ທ່ານ, ໃນນັ້ນມີທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ບັນດາສະມາຊິກລັດຖະບານ.
        ວັນທີ 01 ພຶດສະພາ, ອົງມົງກຸດລາຊະກຸມມານ Naruhito ຈະຂຶ້ນຄອງລາດ. ພາຍຫຼັງພິທີຂຶ້ນຄອງລາດ, ພະເຈົ້າຈັກກະພັດຍີ່ປຸ່ນ ອົງໃໝ່ຈະພົບປະກັບຜູ້ເປັນຕົວແທນປະຊາຊົນທຳອິດ.
        ປີ 2016, ພະເຈົ້າຈັກກະພັດຍີ່ປຸ່ນ Akihito ໄດ້ສະແດງປາດຖະໜາຄວາມຢາກສະຫຼະບັນລັງຍ້ອນອາຍຸສູງ ແລະ ສຸຂະພາບບໍ່ຮັບປະກັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top