• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຄູອາຈານລຸ້ນຕ່າງໆໃນພາລະກິດກໍ່ສ້າງລຸ້ນຄົນໃນອະນາຄົດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາຄູອາຈານຈະສືບຕໍ່ຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາຄູອາຈານຈະສືບຕໍ່ຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ.

    ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ. ເຫດການໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຂຶ້ນຢູ່ ຮ່າໂນ້ຍ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາຄູອາຈານຈະສືບຕໍ່ຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ; ຕັ້ງໜ້ານຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນບົດສອນ, ຜ່ານນັ້ນ ປະກອບສ່ວນບຳລຸງສ້າງໃຫ້ລຸ້ນຄົນໃນອະນາຄົດຂອງປະເທດຊາດ. ທ່ານກ່າວວ່າ:

“ມື້ນີ້, ພວກເຮົາທັງໝົດລ້ວນແຕ່ສະແດງນ້ຳໃຈ, ຄວາມຮູ້ບຸນຄຸນ, ຄຳອວຍພອນ, ຮອຍຍີມ, ດອກໄມ້ເພື່ອມອບໃຫ້ບັນດາຄູອາຈານຢູ່ທຸກແຖບຖິ່ນຂອງປະເທດຊາດ. ບັນດາຄູອາຈານ ໄດ້ ແລະ ຍາມໃດກໍ່ແມ່ນແບບຢ່າງ, ແມ່ນຜູ້ເບິ່ງແຍງດູແລ, ຫຼໍ່ລ້ຽງໜໍ່ແໜງຂອງຊາດ… ເພື່ອໃຫ້ສັງຄົມນັບມື້ນັບດີງາມກວ່າ, ປະເທດ ຫວຽດນາມ “ເທົ່າທຽມກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບໃນໂລກ” ຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່”.

ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ຄວາມຕັດສິນໃຈ, ຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມສາມັກຄີ ແລະ ມີຄວາມຮັບຜິດຊອບຫຼາຍກວ່າ, ຖັນແຖວຄູອາຈານ ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນໃຫ້ກາຍເປັນຄູອາຈານທີ່ດີ, ເພື່ອໃຫ້ອາຊີບຄູສອນຍາມໃດກໍໄດ້ຮັບການເຊີດຊູ, ແມ່ນອາຊີບສູງສົ່ງທີ່ສຸດໃນບັນດາອາຊີບສູງສົ່ງ, ເພື່ອອະນາຄົດທີ່ສົດໃສຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top