• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 29 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບກະຊວງການສຶກສາທິການ ແລະ ກິລາ ລາວ ຈັດຕັ້ງເວທີປາໄສຍົກສູງຄຸນນະພາບການບຳລຸງສ້າງໃນການຮ່ວມມືການສຶກສາ ຫວຽດນາມ - ລາວ
  ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ກ່າວຄຳເຫັນທີ່ກອງປະຊຸມ  

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຝຸກ ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສແມ່ນເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃນໄລຍະຜ່ານມາ, ຊອກຫາວິທີການຮ່ວມມືຢ່າງມີປະສິດທິຜົນກ່ວາອີກ ໃນວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ລາວ ຢູ່ ຫວຽດນາມ ເວົ້າສະເພາະ ແລະ ການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງເວົ້າລວມ. ຜ່ານນັ້ນ, ບໍ່ພຽງແຕ່ຊ່ວຍເຫຼືອບັນດາຮາກຖານການສຶກສາສອງປະເທດ ກຳນົດວມາດຕະການ ແລະ ຫັນບັນດາການເຄື່ອນໄຫວເພື່ອຍົກສູງຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລ ເປັນລະອຽດ ເທົ່ານັ້ນ ຫາກຍັງຊ່ວຍບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ ແລະ ລາວ ເປັນເຈົ້າການໃນການດຶງດູດນັກສຶກສາອີກດ້ວຍ. ຢູ່ເວທີປາໄສມີ ບົດບັນທຶກ ແລະ ຂໍ້ຕົກລົງການຮ່ວມມື 24 ສະບັບ ລະຫວ່າງບັນດາອົງການຄຸ້ມຄອງການສຶກສາ, ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລ ຫວຽດນາມ ແລະ ລາວ ໄດ້ຮັບການແລກປ່ຽນ.

ແລະກໍ່ໃນຕອນເຊົ້າວັນທີ 29 ກັນຍາ, ງານວາງສະແດງການສຶກສາ ຫວຽດນາມ - ລາວ 2022, ງານວາງສະແດງມີ ຮ້ານວາງສະແດງ 38 ແຫ່ງ, ໄດ້ໄຂຂຶ້ນໃນນັ້ນມີຮ້ານວາງສະແດງຂອງ ຮາກຖານການສຶກສາຂັ້ນມະຫາວິທະຍາໄລ ຫວຽດນາມ 34 ແຫ່ງ, ແນະນຳບັນດາຫຼັກສຸດການບຳລຸງສ້າງ, ກາລະໂອກາດໄດ້ຮ່ຳຮຽນ ກໍ່ຄືບັນດາລາຍການຮັບທຶນການສຶກສາຂອງບັນດາໂຮງຮຽນ ຫວຽດນາມ, ລາວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top