• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອັນ ກວ່າ​ອີກ

ວັນທີ 25 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສິ້ນສຸດການຢ້ຽມຢາມ ອິດສະຣາແອັນ ເປັນເວລາ 3 ວັນ. ກ່ອນສິ້ນສຸດການຢ້ຽມຢາມ, ຕອນບ່າຍວັນທີ 25 ກໍລະກົດ, ຢູ່ Tel Aviv,ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນBenjamin Netanyahu.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ພົບປະກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນBenjamin Netanyahu. (ພາບ:VGP)

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົພົວພັນມິດຕະພາບ ແລະ ຮ່ວມມືໃນຫຼາຍດ້ານ ກັບ ອິດສະຣາແອັນ ເປັນສຳຄັນ, ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດ ໃນ 30 ປີຜ່ານມາ (1993 - 2023). ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ສອງຝ່າຍຕ້ອງຖືວິທະຍາສາດ - ເຕັກໂນໂລຢີ ແລະ ກະສິກໍາໝູນໃຊ້ເຕັກໂນໂລຢີສູງ ແມ່ນບັນດາຂົງເຂດບຸລິມະສິດໃນການຮ່ວມມື, ຢັ້ງຢືນວ່າ ຫວຽດນາມ ໄດ້ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ອິດສະຣາແອັນ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ, ແບ່ງປັນບົດຮຽນໃນບັນດາຂົງເຂດ ເຊິ່ງ ອິດສະຣາແອັນ ມີທ່າແຮງ.      

ສ່ວນທ່ານນາຍົກລັດຖະມົນຕີ Benjamin Netanyahu ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງອິດສະຣາແອັນ ແລະ ດ້ວຍທ່າໄດ້ປຽບທີ່ສາມາດເສີມສ້າງໃຫ້ກັນນັ້ນ, ສອງຝ່າຍກໍ່ມີກຳລັງບົ່ມຊ້ອນຢາງໃຫຍ່ຫຼວງ ເພື່ອເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນວິທະຍາສາດ - ເຕັກໂນໂລຢີ, ການເລີ່ມຕົ້ນທຸລະກິດປະດິດຢ່າງມີຫົວຄິດສ້າງ, ກະສິກຳໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີບຳບັດນ້ຳ ແລະ ສາທາລະນະສຸກ.       

ກ່ອນວັນດຳເນີນການພົບປະເຈລະຈາ, ການນຳສອງທ່ານກໍເປັນສັກຂີພິຍານພິທີລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອິດສະຣາແອັນ. ນີ້ແມ່ນຂີດໝາຍສຳຄັນ ປະກອບສ່ວນສ້າງກອບນິນິກຳໃຫ້ສົມບູນແບບ, ສ້າງບາດກ້າວບຸກທະລຸແກ່ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top