• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ກ​ານ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ ຫວຽດ​ນາມ ຈີນ

ທ່​ານຟ້າມ​ຢາ​ຕຸກ​ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສະ​ເໜີ​ ຈີນ​ສ້າງ​ເງື່ອນ​ໄຂ​​ທີ່ສະ​ດວກກວ່າ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຈີນ, ສື​ບ​ຕໍ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່​ຽວ​ກັບ​ການກັກ​ກັນ​ພະ​ຍາດ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ.
  ທ່ານ ຟ້າມ​ຢາ​ຕຸກ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ແລະ ບ​ທ່ານ Ding Xuexiang ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ​ລັດ​ຖະ​ບານ​ຈີນ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 16 ກັນ​ຍາ, ຢູ່​ນະ​ຄອນ ໜານ​ໜິງ, ແຂວງ​ກວາງ​ຊີ, ຈີນ, ທ່ານ ຟ້າມ​ຢາ​ຕຸກ​ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​​ພົ​ບ​ປະ​ເຈລະ​ຈາ​ກັບ​ທ່ານ Ding Xuexiang ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ​ລັດ​ຖະ​ບານ​ຈີນ. ທີ່​ການ​ພົບ​ປະ​ເນື່ອງ​ໃນ​ໂອ​ກາດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ປະ​ເທດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ ຈີນ - ອາ​ຊຽນ (CAEXPO) ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ການ​ລົງ​ທຶນ​ຈີນ ອາ​ຊຽນ(CABIS) ຄັ້ງ​ທີ 23.

ທີ່​ການ​ພົບ​ປະເຈ​ລະ​ຈາ, ທ່​ານຟ້າມ​ຢາ​ຕຸກ​ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ສະ​ເໜີ​ ຈີນ​ສ້າງ​ເງື່ອນ​ໄຂ​​ທີ່ສະ​ດວກກວ່າ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຈີນ, ສື​ບ​ຕໍ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກ່​ຽວ​ກັບ​ການກັກ​ກັນ​ພະ​ຍາດ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ, ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ກຳ​ນົດ ຫວຽດ​ນາມ ແມ່ນ​ປະ​ເທດ​ເຈົ້າ​ຂອງ ຂອງ​ກິດ​ຈະ​ກຳ “ແບ່ງ​ປັນ​ຕະຫຼາດ​ໃຫຍ່ - ການ​ສົ່ງ​ອອກ​ຈີນ”ໃນ​ປີ 2027 ໂດຍ​ໄວ. ກ່ຽວ​ຂ້ອງ​ເຖິງ​ການ​ຄ້າ ແລະ ການ​ເຊື່ອມ​ຕໍ່, ຫວຽດ​ນາມ ສະ​ເໜີ​ສ້າງ​ບັນ​ດາ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ​ໂດຍ​ໄວ, ຜັນ​ຂະ​ຫຍາຍ​ຮູບ​ແບບ​ດ່ານ​ຊາຍ​ແດນ​ອັດ​ສະ​ລິ​ຍະ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ແລະ ຍູ້​ແຮງ​ບັນ​ດາ​ໂຄງ​ການ​ອຸ​ປະ​ຖຳ​ໃຫ້​ແກ່ ຫວຽດ​ນາມຢ່າງ​ແຮງກວ່າອີກ.

ສ່ວນ​ທ່ານ Ding Xuexiang ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຜູ້ປະ​ຈຳ​ການ​ລັດ​ຖະ​ບານ​ຈີນຢັ້ງ​ຢືນ​ວ່າ ຈີນ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ບັນ​ດາ​​ໂຄງ​ການ​ຮ່ວມ​ມື​ອັນແທ້​ຈິງ​ສືບ​ຕໍ່​ບັນ​ລຸ​ຄວາມ​ຄືບ​ໜ້າ, ຍູ້​ແຮງ​ການ​ສ້າງ​ບັນ​ດາ​ເສັ້ນ​ທາ​ງ​ລົດ​ໄຟ​ບັນ​ລຸ​ມາດ​ຖານ​ເຊື່ອມ​ຈອດ​ສອງ​ປະ​ເທດ ແລະ ເຊື່ອມ​ຈອດ​ກັບ​ເສັ້ນ​ທາງ​ລົດ​ໄຟ​ຈີນ - ເອີ​ລົບ; ກຽມພ້ອມ​ກັບ ຫວຽດ​ນາມ ສ້າ​ງ​ລະ​ບົບ​ສະ​ໜອງ, ລະ​ບົບ​ຜະ​ລິດ​ເປັນ​ປົກ​ກະ​ຕິ, ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ຮູບ​ແບບ​ດ່ານ​ຊາຍ​ແດນ​ອັດ​ສະ​ລິ​ຍະ ແລະ ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top