• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້ ແລະ ປົກ​ປ້ອງ​ສິດ​ຂອງ​ແມ່​ຍິງ ແລະ ເດັກ​ໃນ ອາ​ຊຽນ

ບັນດາຜູ້ແທນ ໄດ້ປຶກສາຫາລືກ່ຽວກັບການປົກປ້ອງເດັກໃນສື່ສັງຄົມອອນລາຍ, ພິເສດແມ່ນການປະຕິບັດຖະແຫຼງການ ອາຊຽນ ກ່ຽວກັບການປົກປ້ອງເດັກ ພົ້ນຈາກທຸກຮູບແບບການຂູດຮີດ ແລະ ສວຍໃຊ້ທາງ ອອນໄລ ລະດັບຊາດ.
ທ່ານນາງ ເຈິ່ນທິບິກລວານ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: VOV)

ໃນການເຄື່ອນໄຫວຂອງຄະນະກຳມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກໃນ ອາຊຽນ ບັນລຸໄດ້ຜົນງານເປັນໜ້າຊື່ນຊົມຫຼາຍຢ່າງໃນການຍົກສູງຄຸນນະພາບຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ ຜ່ານການປະຕິບັດບັນດາແຜນການເຄື່ອນໄຫວ ໄລຍະ 5 ປີ (2012 – 2016 ແລະ 2016 – 2020) ດ້ວຍການເຄື່ອນໄຫວກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຢັ້ງຢືນຢູ່ກອງປະຊຸມສຳມະນາປຶກສາຫາລືແຫ່ງຊາດຂອງ ຄະນະກຳມະການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກ ໃນ ອາຊຽນ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຂຶ້ນ ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ໃນວັນທີ 26 ກັນຍາ ຢູ່ ຮ່າໂນ້ຍ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ປຶກສາຫາລືກ່ຽວກັບການປົກປ້ອງເດັກໃນສື່ສັງຄົມອອນລາຍ, ພິເສດແມ່ນການປະຕິບັດຖະແຫຼງການ ອາຊຽນ ກ່ຽວກັບການປົກປ້ອງເດັກ ພົ້ນຈາກທຸກຮູບແບບການຂູດຮີດ ແລະ ສວຍໃຊ້ທາງ ອອນໄລ ລະດັບຊາດ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ຮຽນຮູ້ທຸກແບບຢ່າງດີເດັ່ນ ແລະ ປະສົບການຈາກປະເທດອື່ນ ໃນຂົງເຂດປົກປ້ອງເດັກໃນສື່ສັງຄົມອອນໄລ, ໜູນຊ່ວຍໃຫ້ການສືບຕໍ່ຊຸກຍູ້ບັນດາການກະທຳເພື່ອຮັບປະກັນສິດຂອງເດັກຢູ່ລະດັບຊາດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top