• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ວິສາຫະກິດປະຕິບັດຄວາມຮັບຜິດຊອບສັງຄົມໃນຂະແໜງປຸງແຕ່ງໄມ້ ແລະ ສິນໃນນໍ້າ

      ກອງປະຊຸມສໍາມະນາ ຕີລາຄາບົດລາຍງານກ່ຽວກັບການສົ່ງເສີມ ແລະ ຮັບປະກັນການປະຕິບັດຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ (CSR) ໃນຂະແໜງປຸງແຕ່ງໄມ້ ແລະ ສິນໃນນໍໍ້າ
            ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະຄອນໂຮ່ຈີມິນ, ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ (VCCI) ສາຂາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ຕີລາຄາບົດລາຍງານກ່ຽວກັບການສົ່ງເສີມ ແລະ ຮັບປະກັນການປະຕິບັດຄວາມຮັບຜິດຊອບສັງຄົມຂອງວິສາຫະກິດ (CSR) ໃນຂະແໜງປຸງແຕ່ງໄມ້ ແລະ ສິນໃນນໍໍ້າ” ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການ “ລະບົບສະໜອງທີ່ມີຄວາມຮັບຜິດຊອບຢູ່ ອາຊີ” (RSCA) ຢູ່ບັນດາປະເທດ ຈີນ, ຍີ່ປຸ່ນ, ມຽນມາ, ໄທ, ຟີລິບປິນ ແລະ ຫວຽດນາມ. ຕາມທ່ານ Fredy Guauyacan ຫົວໜ້າທີ່ປຶກສາໂຄງການ RSCA ແລ້ວ, ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ຮອບດ້ານ ຜ່ານການໜູນຊ່ວຍວິທີສໍາຜັດ ແລະ ປະຕິບັດ CSR, RBC ທີ່ໄດ້ນໍາໃຊ້ເຂົ້າໃນລະບົບສະໜອງທົ່ວໂລກ ຢູ່ ອາຊີ ໃຫ້ເໝາະສົມກັບບັນດາເຄື່ອງມືສາກົນຄື ຖະແຫຼງການ MNE ແລະ ILO. ໂຄງການດັ່ງກ່າວ ກໍມຸ່ງໄປເຖິງການສ້າງສະພາບແວດລ້ອມນະໂຍບາຍທີ່ມີຜົນປະໂຫຍດໃຫ້ແກ່ການຊຸກຍູ້ການກະທໍາທີ່ມີຄວາມຮັບຜິດຊອບ ແລະ ເພີ່ມກາລະໂອກາດສົນທະນາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ.
            ພິເສດ, ໜຶ່ງໃນບັນດາເປົ້າໝາຍສໍາຄັນຂອງໂຄງການ ແມ່ນປະກອບສ່ວນຍົກສູງຄວາມສາມາດໃນການປະຕິບັດ CSR, RBC ໄລຍະຍາວໃຫ້ປະຊາຄົມວິສາຫະກິດ ຢູ່ຫວຽດນາມ.ໄປຄຽງຄູ່ກັນນັ້ນ, ແມ່ນຊ່ວຍວິສາຫະກິດປັບປຸງຄວາມສາມາດໃນການສໍາຜັດກັບຕະຫຼາດໃນສະພາບການເຊື່ອມໂຍງເຂົ້າໃນພື້ນຖານເສດຖະກິດສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top