• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງ ຫວຽດນາມ ແລະ ອີຣານ

ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຊອກຮູ້ຄວາມຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ.
ວາທີພົນເຮືອ Ahmad Reza Radan ແລະ ທ່ານພົນເອກ ໂຕເລີມ

ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ຮ້າໂນ້ຍ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກອງບັນຊາການປະຕິບັດກົດໝາຍຂອງ ອີຣານ ໂດຍວາທີພົນເຮືອ Ahmad Reza Radan, ຫົວໜ້າບັນຊາ ການປະຕິບັດກົດໝາຍ ອີຣານ ເປັນຫົວໜ້າຄະນະ ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 13 – 16 ພຶດສະພາ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານຜູ້ບັນຊາການ Ahmad Reza Radan ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງ ເພື່ອຊອກຮູ້ຄວາມຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດປ້ອງກັນຄວາມສະຫງົບ; ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບວິຊາສະເພາະ, ພິເສດແມ່ນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກ ແລະ ພາກພື້ນເຊິ່ງທັງສອງຝ່າຍມີຄວາມສົນໃຈ; ສົມທົບກັນແກ້ໄຂບັນດາປະເພດອາດຊະຍາກຳຂ້າມຊາດ, ອາດຊະຍາກຳກ່ຽວຂ້ອງເຖິງພົນລະເມືອງສອງປະເທດ.

        ສອງຝ່າຍເຫັນດີເປັນເອກະພາບບໍ່ອະນຸຍາດໃຫ້ບໍ່ວ່າອົງການ ຫຼື ບຸກຄົນໃດສວຍໃຊ້ບໍລິເວນຂອງປະເທດນີ້ເພື່ອເຄື່ອນໄຫວຕ້ານຄືນປະເທດອື່ນ; ຍູ້ແຮງການຮ່ວມມືໃນຂົງເຂດບຳລຸງສ້າງຍົກສູງກຳລັງຄວາມສາມາດດ້ານວິຊາຊີບ ແລະ ພາສາຕ່າງປະເທດ…

        ສິ້ນສຸດການເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ແລະ ຜູ້ບັນຊາການ Ahmad Reza Radan ໄດ້ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກອງບັນຊາການປະຕິບັດກົດໝາຍ ອີຣານ.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top