• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືສາກົນ ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ

      ມີຄວາມຈຳເປັນຕ້ອງສ້າງບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ, ແກ້ໄຂຂໍ້ຄົງຄ້າງ, ການຂັດແຍ້ງກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືເພື່ອນຳ ທະເລຕາເວັນອອກ - ເຊິ່ງເປັນເຂດທະເລຍຸດທະສາດ, ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ກອງປະຊຸມສຳມະນາສິ້ນສຸດລົງໃນວັນທີ 29 ພະຈິກ
      ນີ້ແມ່ນທັດສະນະໄດ້ຍົກອອກມາ ທີ່ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 9 ດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ຫາກໍ່ສິ້ນສຸດລົງໃນວັນທີ 29 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ. ບົດຂຽນຂອງ ຮູຍເຊີນ, ນັກຂ່າວ VOV ປະຈຳ ນະຄອນ ໂຮ່ຈີມິນ.
        ກົງໄປກົງມາ, ພາວະວິໄສ, ວິທະຍາສາດ ແລະ ສ້າງສັນນັບຖືແມ່ນທິດນຳໃນກອງປະຊຸມສຳມະນານີ້ຕະຫຼອດ 9 ປີຜ່ານມາ, ນັບແຕ່ເມື່ອໄດ້ຈັດຕັ້ງເປັນຄັ້ງທຳອິດໃນປີ 2009. ທີ່ກອງປະຊຸມສຳມະນາຄັ້ງນີ້, ບັນດາຜູ້ແທນໄດ້ປຶກສາຫາລືຢ່າງຕັ້ງໜ້າ ເພື່ອພ້ອມກັນຊອກຫາມາດຕະການແກ້ໄຂສິ່ງຄົງຄ້າງ, ການຂັດແຍ້ງກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືເພື່ອຮັກສາທະເລຕາເວັນອອກ, ເຂດທະເລຂອງກາລະໂອກາດແຫ່ງການພັດທະນາ ແລະ ວັດທະນາຖາວອນ ກັບບັນດາປະເທດໃນພາກພື້ນ.
ຄວາມສ່ຽງຊ້ອນແຝງຫຼາຍຢ່າງຢູ່ທະເລຕາເວັນອອກ
       ຄຳເຫັນສ່ວນຫຼາຍທີ່ກກອງປະຊຸມສຳມະນາລ້ວນແຕ່ຖືວ່າ ປີ 2017, ກ່ຽວກັບສະພາບການຢູ່ທະເລຕາເວັນອອກ ບໍ່ມີຄວາມຂາດສະຖຽນລະພາບຢ່າງຮ້າຍແຮງໂດຍພື້ນຖານ, ເປັນໜ້າສົນໃຈ, ນັບແຕ່ພາຍຫຼັງຄຳຕັດສິນຂອງສານອະລິຍາໂຕຕຸລາການ (PCA) ກ່ຽວກັບກໍລະນີຮ້ອງຟ້ອງ ຟີລິບປິນ ກັບ ຈີນ, ສະພາບການທະເລຕາເວັນອອກ ໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ. ສັນຍານປະເອີບໃຈທີ່ສຸດແມ່ນເຫດການປະທະກັນຢ່າງຮ້າຍແຮງທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ໃນປີຜ່ານມາ ໄດ້ຫລຸດລົງເມື່ອທຽບໃສ່ຊຸມປີກ່ອນ.
        ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາຄວາມແຕກຕ່າງກັນໃນຫຼັກໝັ້ນ ແລະ ຄວາມຮັບຮູ້ຂອງບັນດາປະເທດ ກ່ຽວກັບປະຫວັດສາດ ແລະ ການເຄົາລົບກົດໝາຍສາກົນ ຍັງຄົງແມ່ນສິ່ງກີດຂວາງອັນໃຫຍ່ຫຼວງ, ແມ່ນໄພຊ້ອນແຝງນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສະຖຽນລະພາບຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ແມ່ນການປະກົດອອກ ແລະ ການພັດທະນາຂອງບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານໃນພາກພື້ນ. ພາກພື້ນ ອາຊີ - ປາຊີຟິກ ມີລະດັບການເຕີບໂຕລາຍຈ່າຍດ້ານປ້ອງກັນປະເທດໄວທີ່ສຸດໃນໂລກ, ຕົວເລກຂຶ້ນເຖິງ 450 ຕື້ USD ໃນປີ 2016, ເທົ່າກັບລະດັບເພີ່ມຂຶ້ນ 4,6% ເມື່ອທຽບໃສ່ປີ 2015. ຕາມຂໍ້ສັງເກດຂອງທ່ານ ເລກົງຟູ້ງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ນີ້ແມ່ນສິ່ງທີ່ເປັນໜ້າວິຕົກກັງວົນທີ່ສຸດ:
        ການເພີ່ມທະວີຄວາມສາມາດດ້ານປ້ອງກັນປະເທດຂອງບັນດາຝ່າຍ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຂອງກັນ, ດ້ານໜຶ່ງ, ມັນໄດ້ໜູນຊ່ວຍກຳລັງຂອງບັນດາປະເທດ ເພື່ອຮັກສາຜົນປະໂຫຍດຂອງຕົນ, ແຕ່ດ້ານອື່ນ ມັນອາດສາມາດຈະເຮັດໃຫ້ການແກ່ງແຍ້ງຍຸດທະສາດເວົ້າລວມ, ການແກ່ງແຍ້ງກ່ຽວກັບເສດຖະກິດ ແລະ ພິເສດແມ່ນການແກ່ງແຍ້ງດ້ານການທະຫານຮ້ອນເຮັ່ງຂຶ້ນຕື່ມ.
        ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງບໍ່ຢຸດຢັ້ງ
       ຕ້ອງເຮັດແນວໃດເພື່ອໃຫ້ທະເລຕາເວັນອອກບໍ່ຖືກຕົກເຂົ້າສູ່ສະພາບບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ການປະທະກັນ, ຈາກນັ້ນ, ນາບຂູ່ເຖິງ “ລະບົບຊີວະພາບຄວາມໝັ້ນຄົງ” ຂອງທົ່ວພາກພື້ນ, ບັນດາຜູ້ແທນໄດ້ເນັ້ນໜັກເປັນພິເສດຕ້ອງມີບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ,  ຊຸກຍູ້ການຮ່ວມມືສາກົນ.
        ເມື່ອເຕື້ອງເຖິງເລື່ອງແກ້ໄຂບັນດາການປະທະກັນ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ທ່ານສາດສະດາຈານ, ປອ ຟ້າມກວາງມິງ, ອະທິການບໍດີມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຖືວ່າ ເລື່ອງຫວ່າງແລ້ວນີ້, ສະຫະປະຊາຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ບັນລຸໄດ້ຂໍ້ຕົກລົງແມ່ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ນັ້ນເປັນຂີດໝາຍບາດກ້າວມຸ່ງໄປເຖິງການຫລຸດຜ່ອນຄວາມເຄັ່ງຕຶງໃນເສັ້ນທາງເດີນທະເລຍຸດທະສາດນີ້ພໍສົມຄວນ.
ທ່ານສາດສະດາຈານ Carlyle A.Thayer ມາຈາກມະຫາວິທະຍາໄລ New South Wales
              ເຫັນດີເຫັນພ້ອມກັບ ທ່ານສາດສະດາຈານ, ປອ ຟ້າມກວາງມິງ, ທ່ານສາດສະດາຈານ Carlyle A.Thayer ມາຈາກມະຫາວິທະຍາໄລ New South Wales, ວິທະຍາຄານປ້ອງກັນປະເທດ ອົດສະຕາລີ, ເຊິ່ງແມ່ນໜຶ່ງໃນບັນດານັກຊ່ຽວຊານທີ່ມີຊື່ສຽງໃນຂົງເຂດຄົ້ນຄ້ວາກ່ຽວກັບທະເລຕາເວັນອອກ, ຖືວ່າ: ຝ່າຍຕ່າງໆຄວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດຢ່າງບໍ່ຢຸດຢັ້ງ, ຈາກນັ້ນ, ສ້າງຄວາມຮັບຮູ້ລວມໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ:
        ຂ້າພະເຈົ້າຫວັງວ່າ ພວກເຮົາຈະຊອກໄດ້ບັນດາມາດຕະການມີລັກສະນະນິຕິກຳ, ອາຊຽນ ແລະ ຈີນ ຕ້ອງມີບັນດາການເຈລະຈາ ກ່ຽວກັບຫຼັກການປະພຶດລວມ. ນີ້ແມ່ນໜຶ່ງໃນວິວັດການໃຫ້ແກ່ອະນາຄົດຍາວນານ, ດັ່ງນັ້ນ, ທັງ ອາຊຽນ ແລະ ຈີນ ຕ້ອງເຈລະຈາ ກ່ຽວກັບຫຼັກການປະພຶດ, ຊ້ຳບໍ່ໜຳ ຕ້ອງນຳໃຊ້ຫຼັກການບົນພື້ນຖານກຳນົດເຂດພູມສັນຖານແຫ່ງຊາດ
        ໂດຍເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນອາຊຽນ, ພິເສດແມ່ນປະເທດທີ່ມີຜົນປະໂຫຍດກ່ຽວຂ້ອງໂດຍກົງເຖິງທະເລຕາເວັນອອກ, ນັບແຕ່ກ່ອນມາຮອດປະຈຸບັນ, ຫວຽດນາມ ຍາມໃດກໍ່ຢຶດໝັ້ນແນວທາງການຕ່າງປະເທດຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ທັງຮ່ວມມື ທັງຕໍ່ສູ້, ຊອກຫາການສະໜັບສະໜູນຈາກປະຊາຄົມສາກົນໃຫ້ຫຼາຍກ່ວາ ເພື່ອແກ້ໄຂບັນດາບັນຫາປະທະກັນດ້ວຍສັນຕິວິທີ, ເຄົາລົບກົດໝາຍສາກົນ. ອີກເທື່ອໜຶ່ງ, ສິ່ງດັ່ງກ່າວໄດ້ສະແດງອອກຜ່ານບັນດາການປະກອບຄຳເຫັນ, ບົດທາບທາມຄວາມເຫັນ ທີ່ກອງປະຊຸມສຳມະນາວິທະຍາສາດສາກົນ ກ່ຽວກັບທະເລຕາເວັນອອກຄັ້ງນີ້. ທັງໝົດເຫຼົ່ານັ້ນ ລ້ວນແຕ່ມຸ່ງໄປເຖິງຈຸດໝາຍແກ້ໄຂສິ່ງຄົງຄ້າງ, ການຂັດແຍ້ງກັນຢູ່ທະເລຕາເວັນອອກ, ຮ່ວມມືພ້ອມກັນພັດທະນາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top