• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ ເກົາຫຼີ

ການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການຄັ້ງນີ້ ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ.
  ຄະນະຜູ້ແທນສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ເຊີອຸນ  

ໂດຍໄດ້ຮັບຄຳເຊີນຂອງສະພາແຫ່ງຊາດ ສ ເກົາຫຼີ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການໃນລະຫວ່າງວັນທີ 18 – 25 ມີນາ.

ການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການຄັ້ງນີ້ ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສ ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ; ຮັກສາການແລກປ່ຽນການນຳຂັ້ນສູງລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ ສ ເກົາຫຼີ ໃນຂົງເຂດສອງຝ່າຍ ແລະ ຫຼາຍຝ່າຍ. ໃນນັ້ນ, ຄະນະຜູ້ແທນສະແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາແລກປ່ຽນບົດຮຽນກັບ ສ ເກົາຫຼີ ກ່ຽວກັບການສ້າງ, ປັບປຸງກົດໝາຍສຳຄັນບາງສະບັບ.

ໃນຂົງເຂດການຢ້ຽມຢາມ, ວັນທີ 19 ມີນາ, ຄະນະຜູ້ແທນສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ເຊີອຸນ ແລະ ພົບປະ, ໂອ້ລົມກັບພະນັກງານອົງການຜູ້ຕາງໜ້າ ຫວຽດນາມ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ສ ເກົາຫຼີ.

 

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top