• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງສອງແຂວງ ຮ່ານາມ ແລະ ອຸດົມໄຊ, ລາວ

ວັນທີ 21 ພຶດສະພາ, ຄະນະຜູ້ແທນຂັ້ນສູງແຂວງ ອຸດົມໄຊ , ສປປ.ລາວ ໂດຍທ່ານ ຄໍາພັນ ເຜີຍຍະວົງ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຂອງຫວຽດນາມ.

ທ່ານ ຄໍາພັນ ເຜີຍຍະວົງ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ:TTXVN)

 ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນແຂວງ ອຸດົມໄຊ ຢູ່ແຂວງຮ່ານາມ ໃນຄັ້ງນີ້ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງສອງແຂວງເວົ້າສະເພາະ; ພ້ອມທັງແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາພະແນກ, ຂະແໜງການຂອງແຂວງ ອຸດົມໄຊ ຮຽນຮູ້ ແລະ ແລກປ່ຽນປະສົບການໃນການພັດທະນາເສດຖະກິດ-ສັງຄົມ. ທາງແຂວງ ອຸດົມໄຊ ປາດຖະໜາວ່າ ແຂວງ ຮ່ານາມ ຈະເພີ່ມທະວີການພົບປະແລກປ່ຽນ ແລະ ຮ່ວມມືໃນການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ແນະນໍາບັນດານັກລົງທຶນຂອງແຂວງໄປລົງທຶນຢູ່ແຂວງອຸດົມໄຊ, ພິເສດແມ່ນຂົງເຂດປູກຝັງ, ລ້ຽງສັດ; ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວ...
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top