• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຫວຽດນາມ-ຈີນໃຫ້ສືບຕໍ່ພັດທະນາ

ວັນທີ 8ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ມີການເຈລະຈາກັບທ່ານຫວາງອີ ລັດຖະມົນຕີການຕ່າງປະເທດຈີນ.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ແລະ ທ່ານ ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ

ໃນເວລາເຂົ້າຮ່ວມກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຢູ່ຈຸງກິງປະເທດຈີນ, ວັນທີ 8ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ມີການເຈລະຈາກັບທ່ານຫວາງອີ ລັດຖະມົນຕີການຕ່າງປະເທດຈີນ. ທັງ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງ ການພົວພັນຫວຽດນາມ-ຈີນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ, ຜັນຂະຫຍາຍການຮ່ວມມືທາງດ້ານການປ້ອງກັນ ສະກັດກັ້ນ ໂຄວິດ-19,ນຳການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນໃຫ້ເຕີບໂຕຕາມທິດແທດຈິງ, ສົດໃສ, ມີຄວາມກ້ຳເກີງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ສືບຕໍ່ຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ພ້ອມກັບບັນດາປະເທດອາຊຽນ ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມກັບບັນດາປະເທດອາຊຽນ ບັນລຸ COC ໂດຍໄວ, ສອດຄ່ອງກັບກົດໝາຍສາກົນໃນນັ້ນມີ UNCLOS  1982

  ສ່ວນ ທ່ານລັດຖະມົນຕີການຕ່າງປະເທດຈີນ ຫວາງອີ ຢືນຢັນວ່າ ຢາກພ້ອມກັບຫວຽດນາມເພີ່ມທະວີການແລກປ່ຽນຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົວພັນຫວຽດນາມ-ຈີນໃຫ້ສືບຕໍ່ພັດທະນາ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top