• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຫວຽດນາມ - ກຳປູເຈຍ

      ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຢັ້ງຢືນວ່າຈະຮ່ວມມືກັບຫວຽດນາມໃນບົດບາດເປັນສະມາຊິກ ອາຊຽນ ແລະ ຈະສືບຕໍ່ສະໜັບສະໜູນ ຫວຽດນາມໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen   (ພາບ: VGP)
      ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ມີການເຈລະຈາທາງອອນລາຍແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ກຳປູເຈຍ, ການຮ່ວມມືໃນອາຊຽນ ແລະ ບາງບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຢັ້ງຢືນວ່າຈະຮ່ວມມືກັບຫວຽດນາມໃນບົດບາດເປັນສະມາຊິກ ອາຊຽນ ແລະ ຈະສືບຕໍ່ສະໜັບສະໜູນ ຫວຽດນາມໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ເປັນຢ່າງດີ, ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໂດຍໄວ, ມຸ່ງໄປສູ່ການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມໃຫ້ສຳເລັດ. ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ການສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ແກ້ໄຂບັນດາບັນຫາເກີດຂຶ້ນແບບບັງເອີນຢ່າງທັນການ ບົນພື້ນຖານຈິດໃຈໄມຕິຈິດມິດຕະພາບ ແລະ ການຮ່ວມມື, ສືບຕໍ່ຮັກສາການພົວພັນຄ້າຂາຍໃຫ້ເປັນປົກກະຕິ, ມານະພະຍາຍາມຍົກສູງວົງເງິນການຄ້າສອງຝ່າຍ, ເພີ່ມທະວີການຮ່ວມມືໃນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນອາຊຽນ ແລະ ຢູ່ບັນດາກົນໄກຮ່ວມມືອະນຸພາກພື້ນ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top