• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວໜຸ່ມດີເດັ່ນ 20 ຄົນເຂົ້າໃນຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ຮັບລາງວັນຊາວໜຸ່ມຫວຽດນາມດີເດັ່ນປີ 2020

ພິທີຍ້ອງຍໍຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ແລະ ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຈັດຕັ້ງລາງວັນຊາວໜຸ່ມດີເດັ່ນຫວຽດນາມ ຈະດຳເນີນໃນວັນທີ 22 ມີນາ, ຢູ່ນະຄອນຮ່າໂນ້ຍ.
ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ຄັດເລືອກຊາວໜຸ່ມດີເດັ່ນ 20 ຄົນ. (ພາບ: thanhnien.vn)

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຊາວໜຸ່ມດີເດັ່ນ 20 ຄົນໄດ້ເຂົ້າໃນຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ອຮັບລາງວັນຊາວໜຸ່ມຫວຽດນາມດີເດັ່ນປີ 2020.

        ປີ 2020, ຄະນະປະຈຳການສະພາມອບລາງວັນໄດ້ຮັບເອກະສານ 152 ສະບັບທີ່ຖືກຕ້ອງຕາມຂໍ້ກຳນົດຂຶ້ນກັບ 10 ຂົງເຂດ, ມາຈາກ 44 ຫົວໜ່ວຍ. ສະພາພິຈາລະນາມອບລາງວັນຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ໄດ້ຄັດເລືອກຊາວໜຸ່ມດີເດັ່ນ 20 ຄົນ ເຂົ້າຮອບຄັດເລືອກໂດຍກົງທາງອິນເຕີແນັດເພື່ອຮັບເອົາຄຳເຫັນຢ່າງກວ້າງຂວາງໃນສະມາຊິກຊາວໜຸ່ມ, ຊາວໜຸ່ມ, ປະຊາຊົນໃນທົ່ວປະເທດ ເຊິ່ງດຳເນີນໄປນັບແຕ່ວັນທີ 22 ກຸມພາ ຫາວັນທີ 07 ມີນາ 2021. ຄາດວ່າ, ທີ່ກອງປະຊຸມຄັ້ງທີ 2 ດຳເນີນໃນວັນທີ 08 ມີນາ, ຈະຕັດສິນຄັດເລືອກຊາວໜຸ່ມດີເດັນຫວຽດນາມ ປີ 2020 10 ຄົນ.

        ຄາດວ່າ, ພິທີຍ້ອງຍໍຊາວໜຸ່ມດີເດັ່ນຫວຽດນາມ ປີ 2020 ແລະ ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນຈັດຕັ້ງລາງວັນຊາວໜຸ່ມດີເດັ່ນຫວຽດນາມ ຈະດຳເນີນໃນວັນທີ 22 ມີນາ, ຢູ່ນະຄອນຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)



ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top