• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ,ອາເມລິກາຊຸກຍູ້ການຮ່ວມມືຕ້ານຢາເສບຕິດແລະຄວາມປອດໄພທາງເຄືອຂ່າຍອີນເຕີແນັດ

      ຖະແຫຼງການຮ່ວມລະຫວ່າງລັດຖະບານຈີນ ແລະ ອາເມລິກາ ທີ່ປະກາດໃນວັນທີ 06 ຕຸລາ ຊີ້ແຈ້ງວ່າ, ປັກກິງ ແລະ ວໍຊິງຕັນ ຈະດຳເນີນການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດຕ້ານຢາເສບຕິດ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ແລະ ສົ່ງກັບເມືອປະເທດ.
      ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ, ບັນດາຜົນງານຕົ້ນຕໍໃນການເຈລະຈາຄັ້ງທຳອິດກ່ຽວກັບການປະຕິບັດກົດໝາຍ ແລະ ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ຈີນ - ອາເມລິກາ ເຊິ່ງໄດ້ດຳເນີນໃນວັນທີ 04 ຕຸລາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ຄົວເຊິງຄວນ, ກຳມະການຜູ້ປະຈຳການລັດຖະບານ, ລັດຖະມົນຕີກະຊວງຕຳຫຼວດຈີນ ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳອາເມລິກາ Jeff Sessions. ການເຈລະຈາຄັ້ງນີ້ແມ່ນ 1 ໃນຈຳນວນ 4 ກົນໄກຕິດຕໍ່ຂັ້ນສູງເຊິ່ງໄດ້ຮັບການສ້າງຕັ້ງໃນການພົບປະລະຫວ່າງທ່ານປະທານປະເທດຈີນ ສີຈີ້ນຜິງ ກັບທ່ານປະທານາທິບໍດີອາເມລິກາ Donald Trump ເມື່ອຕົ້ນເດືອນ ເມສາ 2017.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top