• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນກ່າວເຕືອນບັນດາປະເທດ “ຈົ່ງລະມັດລະວັງ ໃນຄຳເວົ້າ ຈົນເຖິງການກະທຳ” ກ່ຽວກັບຮົ່ງກົງ

      ການພົວພັນລະຫວ່າງ ຈີນ ກັບ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກສືບຕໍ່ແມ່ນຫົວຂໍ້ທີ່ຮ້ອນເຮັ່ງຢູ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຈີນໃນວັນທີ 29 ພຶດສະພາ ຢູ່ປັກກິ່ງ.

ທ່ານ ຈາວລີ້ຈຽນ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN) 
      ໂດຍກ່ຽວຂ້ອງເຖິງຖະແຫຼງການຮ່ວມຂອງ 4 ປະເທດ ອາເມລິກາ, ອັງກິດ, ອົດສະຕາລີ ແລະ ການາດາກ່ຽວກັບ ຮົ່ງກົງ, ທ່ານ ຈາວລີ້ຈຽນ ໂຄສົກກະຊວງການຕ່າງປະເທດ ຈີນຖືວ່າ: ນີ້ແມ່ນບັນດາ “ຄຳວິພາກວິຈານທີ່ຊະຊາຍ”, “ຄຳຕິໜິຕິຕຽນທີ່ດື້ດ້ານ”, ແຊກແຊງເຂົ້າວຽກງານພາຍໃນຂອງຮົ່ງກົງ ແລະ ວຽກງານພາຍໃນຂອງຈີນຢ່າງຮ້າຍແຮງ. ທ່ານຈາວລີ້ຈຽນ ກໍ່ຮຽກຮ້ອງບັນດາປະເທດເຄົາລົບອະທິປະໄຕຂອງຈີນ, “ຈົ່ງລະມັດລະວັງໃນຄຳເວົ້າຈົນເຖິງການກະທຳ”, ຢຸດຕິການແຊກແຊງເຂົ້າສະພາບຂອງຮົ່ງກົງ ແລະ ວຽກງານພາຍໃນຂອງຈີນ ດ້ວຍທຸກໆແບບ
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top