• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”

ຊຸດສະແຕມມີ 4 ແບບ ແລະ 1 bloc ແນະນຳບາງປະເພດກິລາທີ່ເປັນທ່າແຮງຂອງ ຫວຽດນາມ.

ຊຸດສະແຕມມີ 4 ແບບ ແລະ 1 bloc ແນະນຳບາງປະເພດກິລາທີ່ເປັນທ່າແຮງຂອງ ຫວຽດນາມ.

    

ຊຸດສະແຕມ Sea Games 31. (ພາບ: mic.gov.vn)

ວັນທີ 06 ພຶດສະພາ, ຂໍ້ມູນຈາກກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ຮູ້ວ່າ, ເພື່ອປະກອບສ່ວນໂຄສະນາກ່ຽວກັບ Sea Games 31 ໃຫ້ພໍ່ແມ່ປະຊາຊົນ, ມະຫາຊົນຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຈຳໜ່າຍຊຸດສະແຕມ “ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 – SEA Games 31”. ຊຸດສະແຕມມີ 4 ແບບ ແລະ 1 bloc ແນະນຳບາງປະເພດກິລາທີ່ເປັນທ່າແຮງຂອງ ຫວຽດນາມ. ຊຸດສະແຕມດັ່ງກ່າວໄດ້ຈຳໜ່າຍຢູ່ເຄືອຂ່າຍໄປສະນີນັບແຕ່ວັນທີ 12 ພຶດສະພາ 2022 ຫາວັນທີ 31 ທັນວາ 2023.

ເນື່ອງໃນເຫດການ Sea Games 31, ທາງນະຄອນຫຼວງ ຮ່າໂນ້ຍ ຈະຈັດງານບຸນທ່ອງທ່ຽວ ຮ່າໂນ້ຍ ປີ 2022 ດ້ວຍຫົວຂໍ້ “ຮ່າໂນ້ຍ - ໄປເພື່ອຮັກ” ເຊິ່ງຈະຈັດຂຶ້ນໃນວັນທີ 13 – 15 ພຶດສະພາ ຢູ່ເຂດສວນດອກໄມ້ອະນຸສາວະລີ ລີທາຍໂຕ ແລະ ຖະໜົນ ດິງຕຽນຮ່ວາງ ເມືອງ ຮ່ວານກຽມ. ງານບຸນດັ່ງກ່າວ ແມ່ນໂອກາດທີ່ດີເພື່ອແນະນຳສະຖານທີ່ທ່ອງທ່ຽວ ຮ່າໂນ້ຍ ພ້ອມກັບຜະລິດຕະພັນ, ການບໍລິການທ່ອງທ່ຽວທີ່ຈັບໃຈໃຫ້ເພື່ອນມິດບັນດາປະເທດທີ່ເຂົ້າຮ່ວມ Sea Games 31.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top