• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນຜູ້ປະສົບເຄາະຮ້າຍຈາກແຜ່ນດິນໄຫວຢູ່ ໄຕ້ຫວັນ(ຈີນ)ສື່ບຕໍ່ເພີ່ມຂຶ້ນ


ເຫດ​ແຜ່ນ​ດິ​ນ​ໄຫວ​ຢູ່​ໄຕ້​ຫວັນ
ພາບ:newszing
ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ​ຈາກ​ແຜ່ນ​ດິນ​ໄຫວ​ຢູ່​ພາກ​ໃຕ້​ຂອງ​ໄຕ້​ຫວັນ ປະ​ເທດ​ຈີນ ແມ່ນ​ຂຶ້ນ​ເຖິງ 18 ຄົນ ແລະ ອີ​ກ​ຮ້ອຍໆ​ຄົນ​ຖືກ​ບາດ​ເຈັບ. ວັນ​ທີ 7/2 ສູນ​ຊີ້​ນຳ​ການ​ກູ້​ໄພ​ກູ້​ຊີບ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ ມີ 356 ຄົນ​ໄດ້​ຮັບ​ການ​ກູ​້​ເອົາ​ຊີ​ວິດ ຢູ່​ໄຕ້​ນານ, ໃນ​ຂະ​ນະ​ນັ້ນ ຍັງ​ມີ​ຢ່າງ​ຫນ້ອຍ​ສຸດ 132 ຄົນ​ພວມ​ຫາຍ​ສາບ​ສູນ. ​ຕາມ​ບົດ​ລາຍ​ງານ​ກ່ອນ​ນັ້ນ ມີກວ່າ 460 ຄົນ​ຖືກ​ບາດ​ເຈັບ. ຕາມ​ສູນ​ເຄືອ​ຂ່າຍ​ຕິດ​ຕາມ​ແຜ່ນ​ດິນ​ໄຫວ​ຈີນ​ແລ້ວ, ເຫດ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ​ເກີດ​ຂຶ້ນ​ໃນ​ເວ​ລາ 3 ໂມງ 57 ນາ​ທີ ຕາມ​ເວ​ລາ​ທ້ອ​ງ​ຖິ່ນ ດ້ວຍ​ຄວາມ​ເລິກ 15 ກິ​ໂລ​ແມັດ.
(​ແຫຼ່ງຄັດ​ຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top