ທ່ານນາຍົກລັດຖະມົນຕີຟ້າມມິງຈິງຕີລາຄາສູງຕໍ່ກັບຄວາມມານະພາຍາຍາມ,ຄວາມຕັດສິນໃຈສູງ ຂອງທົ່ວຂະແໜງການເງິນ ກ່ຽວກັບ ໝາກຜົນສຳຄັນທີ່ບັນລຸໄດ້ໃນປີຜ່ານມາ.
ຕາມການຄາດຄະເນປີ2022,ເສດຖະກິດໂລກແລະພາຍໃນປະເທດສືບຕໍ່ຜັນແປສັບສົນ ແລະ ຍາກທີ່ຈະຄາດເດົາໄດ້ ຍ້ອນຜົນກະທົບຂອງໂລກລະບາດ ໂຄວິດ-19, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງການເງິນຄວນສຸມໃສ່ປະຕິບັດໜ້າທີ່ຈຸດສຸມໃຫ້ດີ. ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງປະສານສົມທົບກັນໃຫ້ດີລະຫວ່າງນະໂຍບາຍການເງິນ ແລະນະໂຍບາຍເງິນຕາ ທ່ານກ່າວວ່າ:ທຳອິດແມ່ນສົມທົບກັນໃຫ້ດີລະຫວ່າງນະໂຍບາຍປີການເງິນ ແລະນະໂຍບາຍເງິນຕາ. ສອງນະໂຍບາຍນີ້ມີຄວາມສຳຄັນໃນການບໍລິຫານພື້ນຖານເສດຖະກິດທີ່ສຸດ.ຕ້ອງເພີ່ມລາຍຮັບ,ຫຼຸດຜ່ອນລາຍຈ່າຍໂດຍສະເພາະແມ່ນລາຍຈ່າຍທີ່ບໍ່ຈຳເປັນພວກເຮົາຕ້ອງຄວບຄຸມການຈ່າຍເກີນແຜນ, ຄຸ້ມຄອງໜີ້ສາທາລະນະເຮັດແນວເພື່ອຮັບປະກັນຕົວເລກຄາດໝາຍ.
ພ້ອມກັນນັ້ນ,ຍູ້ແຮງການປ່ອຍເງິນລົງທຶນສະທາລະນະ,ສ້າງກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ຊຸກຍູ້ການເຕີບໂຕເສດຖະກິດ, ເພີ່ມທະວີການຄຸ້ມຄອງລາຄາ, ຕະຫຼາດ; ປະຕິບັດບັນດາມາດຕະການຮັບປະກັນການສະໜອງ-ຄວາມຕ້ອງການສີນຄ້າທີ່ຈຳເປັນໃຫ້ດີ, ຄວບຄຸມລາຄາສິນຄ້າ, ຕະຫຼາດໃຫ້ເປັນປົກກະຕິໂດຍສະເພາະໃນໂອກາດບຸນເຕັດ, ງານບຸນຕ່າງໆ; ສົມທົບນະໂຍບາຍເງິນຕາ ແລະ ນະໂຍບາຍມະຫາພາກອື່ນ, ຄວບຄຸມໄພເງິນເຟີ້ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)