ຂ່າວສານ

ຈັດຕັ້ງບໍລິຫານລາຍຈ່າຍງົບປະມານແຫ່ງລັດ ປີ 2022 ຢ່າງຮັດກຸ່ມ, ປະຢັດ, ມີປະສິດທິຜົນ

      ນີ້ແມ່ນຄຳຮຽກຮ້ອງ ຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຢູ່ກອງປະຊຸມສະຫຼູບຂະແໜງການເງິນປີ2021ແລະ ຜັນຂະຫຍາຍແຜນການ ປີ 2022 ເຊິ່ງໄດ້ຈັດຂື້ນໃນຕອນເຊົ້າວັນທີ 06 ມັງກອນ ຢູ່ ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)
      ທ່ານນາຍົກລັດຖະມົນຕີຟ້າມມິງຈິງຕີລາຄາສູງຕໍ່ກັບຄວາມມານະພາຍາຍາມ,ຄວາມຕັດສິນໃຈສູງ ຂອງທົ່ວຂະແໜງການເງິນ ກ່ຽວກັບ ໝາກຜົນສຳຄັນທີ່ບັນລຸໄດ້ໃນປີຜ່ານມາ.
            ຕາມການຄາດຄະເນປີ2022,ເສດຖະກິດໂລກແລະພາຍໃນປະເທດສືບຕໍ່ຜັນແປສັບສົນ ແລະ ຍາກທີ່ຈະຄາດເດົາໄດ້ ຍ້ອນຜົນກະທົບຂອງໂລກລະບາດ ໂຄວິດ-19, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງການເງິນຄວນສຸມໃສ່ປະຕິບັດໜ້າທີ່ຈຸດສຸມໃຫ້ດີ. ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງປະສານສົມທົບກັນໃຫ້ດີລະຫວ່າງນະໂຍບາຍການເງິນ ແລະນະໂຍບາຍເງິນຕາ ທ່ານກ່າວວ່າ:
            ທຳອິດແມ່ນສົມທົບກັນໃຫ້ດີລະຫວ່າງນະໂຍບາຍປີການເງິນ ແລະນະໂຍບາຍເງິນຕາ. ສອງນະໂຍບາຍນີ້ມີຄວາມສຳຄັນໃນການບໍລິຫານພື້ນຖານເສດຖະກິດທີ່ສຸດ.ຕ້ອງເພີ່ມລາຍຮັບ,ຫຼຸດຜ່ອນລາຍຈ່າຍໂດຍສະເພາະແມ່ນລາຍຈ່າຍທີ່ບໍ່ຈຳເປັນພວກເຮົາຕ້ອງຄວບຄຸມການຈ່າຍເກີນແຜນ, ຄຸ້ມຄອງໜີ້ສາທາລະນະເຮັດແນວເພື່ອຮັບປະກັນຕົວເລກຄາດໝາຍ.
            ພ້ອມກັນນັ້ນ,ຍູ້ແຮງການປ່ອຍເງິນລົງທຶນສະທາລະນະ,ສ້າງກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ຊຸກຍູ້ການເຕີບໂຕເສດຖະກິດ, ເພີ່ມທະວີການຄຸ້ມຄອງລາຄາ, ຕະຫຼາດ; ປະຕິບັດບັນດາມາດຕະການຮັບປະກັນການສະໜອງ-ຄວາມຕ້ອງການສີນຄ້າທີ່ຈຳເປັນໃຫ້ດີ, ຄວບຄຸມລາຄາສິນຄ້າ, ຕະຫຼາດໃຫ້ເປັນປົກກະຕິໂດຍສະເພາະໃນໂອກາດບຸນເຕັດ, ງານບຸນຕ່າງໆ; ສົມທົບນະໂຍບາຍເງິນຕາ ແລະ ນະໂຍບາຍມະຫາພາກອື່ນ, ຄວບຄຸມໄພເງິນເຟີ້ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ.
(ແຫຼ່ງຄັດຈາກ VOV)


top