• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາ​ງ​ສະ​ແດງ​ແບ​ບ​ທາງ​ໄກ “ອິນ​ດູ​ຈີນ - ດິນ​ແດນ​ແຫ່ງ​ມະ​ຫັດ​ສະ​ຈັນ”

“ອິນດູຈີນ - ດິນແດນແຫ່ງມະຫັດສະຈັນ” ແມ່ນຫົວຂໍ້ຂອງງານວາງສະແດງແບບທາງໄກ ໂດຍສູນເກັບຮັກສາເອກະສານແຫ່ງຊາດ 1 ສັງກັດ ກະຊວງພາຍໃນ ຫວຽດນາມ ຈັດຕັ້ງ ໄດ້ນຳສະເໜີຕໍ່ມວນຊົນໃນວັນທີ 9 ກໍລະກົດ.

“ອິນດູຈີນ - ດິນແດນແຫ່ງມະຫັດສະຈັນ” ແມ່ນຫົວຂໍ້ຂອງງານວາງສະແດງແບບທາງໄກ ໂດຍສູນເກັບຮັກສາເອກະສານແຫ່ງຊາດ 1 ສັງກັດ ກະຊວງພາຍໃນ ຫວຽດນາມ ຈັດຕັ້ງ ໄດ້ນຳສະເໜີຕໍ່ມວນຊົນໃນວັນທີ 9 ກໍລະກົດ.

   

ເອກະສານກ່ຽວກັບ ດ່າລາດ ທີ່ໄດ້ນຳສະເໜີໃນງານວາງສະແດງ (ພາບ: ຄະນະຈັດຕັ້ງ)

ດ້ວຍ 3 ພາກ: “ອິນດຸຈີນ - ດິນແດນຂອງສິ່ງທີ່ມະຫັດສະຈັນ”, “ທະເລອິນດູຈີນ - ສະຫວັນເຂດຮ້ອນ”, “ພູຜາ ອິນດູຈີນ - ເຂດພັກຜ່ອນບໍາລຸງຸສຸຂະພາບທີ່ຍອດຢ້ຽມ”, ງານວາງສະແດງຂໍ້ມູນເອກະສານກ່ຽວກັບສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດຍຊາວຝລັ່ງ ກໍ່ສ້າງຢູ່ 3 ປະເທດ ອິນດູຈີນ ນັບແຕ່ສະຕະວັດທີ 19, ນັ້ນແມ່ນ ຊາປາ, ຕາມດາວ, ບາວີ່ຢູ່ພາກເໜືອ ຫວຽດນາມ; ບານ່າ, ແບກມ້າ, ດ່າລາດ ຢູ່ພາກກາງ ຫວຽດນາມ; ບອກກໍ ຢູ່ ກຳປູເຈຍ ແລະ ປາກຊອງຢູ່ ລາວ.

ງານວາງສະແດງໄດ້ພາແຂກທ່ອງທ່ຽວຂຶ້ນລົດໄຟເລີ່ມເດີນທາງຈາກສະຖານີລົດໄຟ ຮ່າໂນ້ຍ ແລ້ວທວນກະແສເວລາ ເພື່ອຄົ້ນຫາບັນດາສະຖານທີ່ລື່ຊື່. ລົດໄຟແຕ່ລະຕູ້ເໝືອນດັ່ງດິນແດນແຫ່ງຕ່າງໆໃນອິນດູຈີນ, ໃນນັ້ນ ໄດ້ວາງສະແດງເອກະສານກ່ຽວກັບສິ່ງມະຫັດສະຈັນທີ່ພົ້ນເດັ່ນ. /.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top