• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງ “ເອ​ກະ​ລັກ​ວັດ​ທະ​ນະ​ທຳ​ເຂດ​ຊາຍ​ແດນ ແລະ ຄວາມ​ສາ​ມັກ​ຄີ​, ໄມ​ຕີ​ຈິດ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ” ຈະ​ຈັດ​ຂຶ້ນ​ຢູ່ແຂ​ວງ ດ້ຽນ​ບຽນ

ຄາດວ່າງານວາງສະແດງຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
  ພິທີບາສີສູ່ຂວັນ ໃນໂອກາດບຸນປີໃໝ່ລາວ (ພາບ: TTXVN)  

ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫາກໍເຊັນປະກາດໃຊ້ຂໍ້ຕົກລົງວ່າດ້ວຍການຈັດງານວາງສະແດງ “ເອກະລັກວັດທະນະທຳເຂດຊາຍແດນ ແລະ ຄວາມສາມັກຄີໄມຕີຈິດມິດຕະພາບ ຫວຽດນາມ - ລາວ” ໃນຂອບເຂດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຢູ່ແຂວງ ດ້ຽນບຽນ, ປີ 2022.  ວັນບຸນແມ່ນມີຄວາມໝາຍສຳຄັນເປັນພິເສດ ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022). ເຫດການດັ່ງກ່າວຄາດວ່າຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ໃນຂອບເຂດຂອງວັນບຸນດັ່ງກ່າວ ຈະດຳເນີນການເຄື່ອນໄຫວທາງດ້ານວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫຼາຍຢ່າງ ເປັນຕົ້ນແມ່ນ ການສະແດງ, ແນະນຳກ່ຽວກັບງານບຸນ, ການເຄື່ອນໄຫວທາງດ້ານວັດທະນະທຳ, ການປະກວດຊຸດອາພອນປະຈຳເຜົ່າ; ວາງສະແດງ, ແນະນຳ, ໂຄສະນາຜະລິດຕະພັນວັດທະນະທຳ ແລະ ການທ່ອງທ່ຽວ, ປະເທດຊາດ, ປະຊາຊົນ ແລະ ຜົນງານກ່ຽວກັບດ້ານເສດຖະກິດ - ສັງຄົມຂອງທ້ອງຖິ່ນຕ່າງໆ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top