• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງ​ສະ​ແດງ​ຫົວ​ເລື່ອງການ​ເຫຼືອ​ມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ຂັບ​ຊວານ ຝູ​ເທາະ ຢູ່ ດັກ​ລັກ

ງານວາງສະແດງ ໄດ້ດຳເນີນຮອດວັນທີ 3 ທັນວາ ຈຶ່ງອັດລົງ, ເຊິ່ງໄດ້ວາງສະແດງພາບຖ່າຍ, ປາໂນ, ວັດຖຸພັນ, ເຄື່ອງຂອງບູຊາທີ່ພົ້ນເດັ່ນຫຼາຍກວ່າ 31 ຢ່າງ ເພື່ອແນະນຳເຖິງປະຊາຊົນ ດັກລັກ ກ່ຽວກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ.
ການສະແດງສິລະປະຂັບຊວານໃນພິທີໄຂ

ຕອນເຊົ້າວັນທີ 3 ຕຸລາ, ຢູ່ນະຄອນ ບວນມາທວດ, ຫໍພິພິທະພັນເຈົ້າຊີວິດຮຸ່ງ ແຂວງ ຝູເທາະ ສົມທົບກັບຫໍພິພິທະພັນ ດັກລັກ ໄດ້ຈັດພິທີໄຂງານວາງສະແດງດ້ວຍຫົວເລື່ອງ “ມໍລະດົກວັດທະນະທຳບໍ່ຈັບຕ້ອງເປັນຕົວແທນຂອງມວນມະນຸດ - ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດ ຮຸ່ງ ແລະ ຂັບຊວານ ຝູເທາະ”. ງານວາງສະແດງດັ່ງກ່າວ ໄດ້ດຳເນີນຮອດວັນທີ 3 ທັນວາ ຈຶ່ງອັດລົງ, ເຊິ່ງໄດ້ວາງສະແດງພາບຖ່າຍ, ປາໂນ, ວັດຖຸພັນ, ເຄື່ອງຂອງບູຊາທີ່ພົ້ນເດັ່ນຫຼາຍກວ່າ 31 ຢ່າງ ເພື່ອແນະນຳເຖິງປະຊາຊົນ ດັກລັກ ກ່ຽວກັບການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ. ພ້ອມດຽວກັນນັ້ນ, ໃນອາທິດທຳອິດ, ຈະມີບັນດາລາຍການສະແດງສິລະປະຂັບຊວານ ຮັບໃຊ້ແຂກທ່ອງທ່ຽວ.

ຂັບຊວານ ແລະ ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ໂດຍອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງ ແມ່ນມໍລະດົກວັດທະນະທຳບໍ່ຈັບຕ້ອງຂອງມວນມະນຸດ ໃນປີ 2012 ແລະ 2017 ຕາມລຳດັບ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top