• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງປື້ມອ່ານອາຊຽນ ຢູ່ລາວ

ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.

ອາຈານແລະນັກສືກສາມາທ່ຽວຊົມງານວາງສະແດງປື້ມເປັນຈຳນວນຫຼວງຫຼາຍ

ວັນທີ 09 ພຶດສະພາ, ທີ່ມະຫາວິທະຍາໄລແຫ່ງຊາດລາວຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນລາຍການພົບປະແລກປ່ຽນບັນດານັກປະພັນວັນນະຄະດີອາຊຽນ ແລະ ງານວາງສະແດງປື້ມອ່ານອາຊຽນ. ເຊິ່ງແມ່ນການເຄື່ອນໄຫວດ້ານວັດທະນະທຳໄດ້ຈັດຕັ້ງເປັນປະຈຳປີ, ລາຍການປີນີ້ ມີການເຂົ້າຮ່ວມຂອງນັກປະພັນວັນນະຄະດີ ເກືອບ 20 ຄົນ ມາຈາກບັນດາປະເທດຄື ສິງກະໂປ, ບຣູໄນ, ໄທ, ອິນໂດເນເຊຍ, ມຽນມາ, ລາວ, ຫວຽດນາມ… ພ້ອມກັບການເຂົ້າຮ່ວມຂອງນັກສຶກສາລາວ ແລະ ຕ່າງປະເທດທີ່ພວມສຶກສາຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວນັບເປັນຮ້ອຍໆຄົນ. ໃນຂອບເຂດລາຍການ, ໄດ້ມີບັນດາກອງປະຊຸມສຳມະນາ,ການພົບປະແລກປ່ຽນກ່ຽວກັບຜົນປະໂຫຍດຂອງການອ່ານປື້ມ, ອະນາຄົດຂອງການອ່ານປື້ມ ກັບບັນດານັກປາຖະກະຖາແມ່ນນັກປະພັນວັນນະຄະດີອາຊຽນ ຈະຊ່ວຍໃຫ້ບັນດາໝູ່ເພື່ອນນັກສຶກສາມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບສະພາບການປະດິດຄິດແຕ່ງກໍຄືວັດທະນະທຳການອ່ານປື້ມຂອງບັນດາປະເທດໃນກຸ່ມອາຊຽນ.

        ຖ້ານວາງສະແດງປື້ມອ່ານຂອງຫວຽດນາມ ໂດຍມະຫາວິທະຍາໄລວັດທະນະທຳວາງສະແດງ ດ້ວຍຈຳນວນປື້ມກວ່າ 200 ຫົວ, ມີເນື້ອໃນ, ຮູບການສວຍງາມອຸດົມສົມບຸນ, ພາຍຫຼັງສິ້ນສຸດການວາງສະແດງ, ປື້ມທັງໝົດເຫຼົ່ານັ້ນຈະໄດ້ມອບໃຫ້ຫໍສະໝຸດຂອງມະຫາວິທະຍາໄລແຫ່ງຊາດລາວ. ລາຍການພົບປະແລກປ່ຽນ ແລະ ວາງສະແດງປື້ມອ່ານອາຊຽນຈະໄດ້ດຳເນີນຈົນຮອດວັນທີ 11  ພຶດສະພາ.

(ແຫຼ່ງຄັດຈາກ VOV)


ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top