• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນວັດທະນະທຳ,ມິດຕະພາບຫວຽດນາມ-ໄທ


ງານພົບປະແລກປ່ຽນວັດທະນະທຳ,ມິດຕະພາບຫວຽດນາມ-ໄທ
(ພາບ: voh.com.vn)
      ເນື່ອງ​ໃນ​ໂອກ​າດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ໄທ (06/08/1976 – 16/08/2016), ວັນ​ທີ 14/08, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ - ໄທ ນະ​ຄອນ​ໂຮ່​ຈິ​ມິນ, ສະ​ຖານ​ກົງ​ສູ​ນໃຫຍ​່ໄທ ປະ​ຈຳ​ນະ​ຄອນ ພ້ອມ​ກັບ​ບັນ​ດາ​ຫົວ​ໜ່ວຍ​ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ມິດ​ຕະ​ພາບ​ຫວຽດ​ນາມ - ໄທ, ຢ​ູ່​ເມືອງ 1, ນະ​ຄອນ​ໂຮ່​ຈິ​ມິນ. ​ງານ​ພົບ​ປະ​ລວມ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ ແລະ ມີ​ຄວາມ​ໝາຍ​ຄື: ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ - ໄທ ແລະ ປະ​ເທດ​ຊາດ, ຊາວ​ໄທ ສະ​ແດງ​ໃຫ້​ເຫັນ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ການ​ພົວ​ພັນ​ທີ່​ຂ​ະ​ຫ​ຍັນ​ຂັນ​ເຄື່ອນ ແລະ ພວມ​ພັດ​ທະ​ນາ​ຢ່າງ​ດີງ​າມ​ລ​ະ​ຫວ່າງ 2 ປະ​ເທດ; ງານ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ຫວຽດ​ນາ​ມ​ - ໄທ. ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​​ງານ​ພົບ​ປະ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ​່າງ​ປະ​ຊາ​ຊົນ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top